ບໍລິສັດກຸຫຼາບຄຳ ຊົດເຊີຍທີ່ດິນໂຄງການກໍ່ສ້າງສາງສິນຄ້າພາສີ ມູນຄ່າ 6 ຕື້ກວ່າກີບ

ພິທີມອບເງິນຊົດເຊີຍທີ່ດິນ ໂຄງການກໍ່ສ້າງສາງສິນຄ້າພາສີ ບໍລິເວັນຂົວຂ້າມນ້ຳຂອງ ແຫ່ງທີ V ບໍລິຄຳໄຊ – ບຶງການ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ນາລິດາ ສຸຂະວົງ ຕົວແທນບໍລິສັດກຸຫຼາບຄຳ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ຊ້ອງໜ້າໂດຍພະແນກການກ່ຽວຂ້ອງ, ບໍລິສັດ ແລະ ຕາງໜ້າຄອບຄົວ ທີ່ໄດ້ຮັບການຊົດເຊີຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງສາງສິນຄ້າພາສີ ບໍລິເວັນຂົວຂ້າມນ້ຳຂອງ ແຫ່ງທີ V ບໍລິຄຳໄຊ – ບຶງການ ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ໂດຍແມ່ນບໍລິສັດກຸຫຼາບຄຳ ຈຳກັດ ໄດ້ຮັບອານຸຍາດໃນການລົງທຶນ ເພື່ອກໍ່ສ້າງສາງພັກສິນຄ້າ, ເຊິ່ງມີເນື້ອທີ່ ທີ່ຖືກເຂດກໍ່ສ້າງ ຈໍານວນ 17 ຕອນ, ເນື້ອທີ່ 30 ກວ່າເຮັກຕາ ແລະ ລວມມູນຄ່າການຊົດເຊີຍທັງໝົດ 6.195.681.700 ກີບ.

About admins14