ບໍລິຄໍາໄຊ ເຜີຍແຜ່ເຊື່ອມຊືມ ກົດໝາຍວ່າດ້ວຍເອກະສານທາງການ

ກອງປະຊຸມເຊື່ອມຊຶມ ກົດໝາຍວ່າດ້ວຍເອກະສານ ແລະ ແນະນໍາຮູບແບບ, ເຕັກນິກ ການສ້າງເອກກະສານທາງການ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ມີຄະນະຮັບຜິດຊອບ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຂອງກະຊວງພາຍໃນ ເລກທີ 02/ລພນ, ລົງວັນທີ 9 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ ທີ່ມີຈຸດປະສົງ ເພື່ອຜັນຂະຫຍາຍເນື້ອໃນ ບາງມາດຕາຂອງກົດໝາຍວ່າດ້ວຍເອກະສານໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ, ເພື່ອແນະນໍາ, ອະທິບາຍວິທີການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ສໍາເນົາເອກະສານ ແລະ ເປັນບ່ອນອີງໃນການສ້າງ, ການຄຸ້ມຄອງ, ການກໍານົດໄລຍະປົກປັກຮັກສາເອກະສານ, ການນໍາໃຊ້ ແລະ ການຕິດຕາມກວດກາ ໃຫ້ຖືກຕ້ອງ ແລະ ມີຄວາມເປັນເອກະພາບກັນໃນເຂດເຂດທົ່ວປະເທດ.

ຄໍາແນະນໍາສະບັບນີ້ ຍັງໄດ້ຍົກໃຫ້ເຫັນເຖີງບາງໝວດ, ບາງມາດຕາ ກ່ຽວກັບການສ້າງເອກະສານ, ອົງປະກອບ, ການຈັດວາງ ແລະ ກໍານົດຂະໜາດຂອງແຕ່ລະອົງປະກອບ ຂອງເອກະສານທາງການ, ລາຍເຊັນ ແລະ ປະທັບຕາ, ການຄຸ້ມຄອງເອກະສານຂາເຂົ້າ-ຂາອອກ, ການສໍາເນົາ, ການທໍາລາຍເອກະສານ ແລະ ອື່ນໆ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການນໍາສະເໜີຮູບແບບ, ເຕັກນິກການສ້າງເອກະສານທາງການ ຈາກຄະນະຮັບຜິດຊອບ, ພ້ອມກັນນັ້ນກໍ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນ ແລະ ກັນ ເພື່ອສ້າງຄວາມເຂົ້າໃຈ ແນໃສ່ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານເອກະສານ ໄດ້ຢ່າງມີປະຜົນໃນຕໍ່ໜ້າ.

About admins14