ບໍລິຄໍາໄຊ ຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າ

ພິທີປາຖະກະຖາມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າ ຕະຫຼອດໄລຍະ 20 ປີ ໃຕ້ຮົ່ມທຸງຂອງພັກ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ, ເປັນປະທານ ແລະ ຫວນຄືນມູນເຊື້ອໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ມີອາດີດນັກຮົບ, ພະນັກງານອະວຸໂສບໍານານ, ພະແນກການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດຖະກອນ ພາຍໃນແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຫວນຄືນມູນເຊື້ອ ການຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດຜູ້ອາດຫານ, ການຕໍ່ສູກູ້ຊາດຕ້ານການລ່າເມືອງຂື້ນຂອງສັດຕູຜູ້ຮຸກຮານ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ຈົນສາມາດຍາດໄດ້ໄຊຊະນະ ແລະ ກອບກູ້ເອົາສິດເສລີພາບ ກັບຄືນສູ່ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນວັນທີ 2 ທັນວາ 1975 ດ້ວຍການໃຊ້ 3 ບາດຄ້ອນຍຸດທະສາດ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກ – ລັດໄດ້ເກັບກໍາ, ຄຸ້ມຄອງ ນັກຮົບເກົ່າຢ່າງເປັນລະບົບທົ່ວປະເທດ ເໝາະກັບແຕ່ລະໄລຍະຂອງການປະຕິວັດ, ໃນປີ 2002 ກົມການເມືອງສູນກາງພັກ ໄອ້ອອກມະຕິສະບັບເລກທີ 68/ກມສພ, ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງສະພັນນັກຮົບເກົ່າແຫ່ງຊາດລາວຂຶ້ນ.

ການສ້າງຕັ້ງສະຫະພັນນັກຮົບເກົ່າ ແມ່ນຊ່ວຍໃຫ້ກົມການເມືອງສູນກາງພັກໃນການເກັບກຳ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຕໍ່ບັນດານາຍທະຫານ, ນາຍ ແລະ ພົນຕໍາຫຼວດປະຕິວັດບໍານານ ຜູ້ມີຜົນງານ, ຄຸນງາມຄວາມດີໃນພາລະກິດຕໍ່ສູ້ກູ້ຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ນັກຮົບເກົ່າ ມີບົດບາດສໍາຄັນທີ່ສຸດໃນສັງຄົມລາວ, ຊຶ່ງພວກເຮົາບໍ່ອາດຈະຫຼົງລືມໄດ້, ເພາະວ່າພວກເພິ່ນໄດ້ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມລູກຫຼານ, ຄົນຮຸ່ນໜຸ່ມໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ່ນມີຄຸນສົມບັດສິນທຳປະຕິວັດ.

ສະຫະພັນນັກຮົບເກົ່າ ຍັງຊ່ວຍສ້າງຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ເຜີຍແຜ່, ເຊື່ອມຊືມແນວທາງນະໂຍບາຍ, ຂອງພັກ, ລະບຽບ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ – ສັງຄົມ ຂອງລັດແຕ່ລະໄລຍະໃຫ້ນັກຮົບເກົ່າຢ່າງທົ່ວເຖິງ, ພ້ອມທັງ ເປັນບ່ອນທ້ອນໂຮມເອົາບົດຮຽນ, ປະສົບການ ແຫ່ງການນຳພາຕົວຈິງ ໄວ້ໃຫ້ຄົນຮຸ່ນສືບທອດ ແລະ ເພື່ອເປັນບ່ອນເຄື່ອນໄຫວ, ແລກປ່ຽນຄຳຄິດຄຳເຫັນ, ຍົກສູງລະດັບຄວາມຮູ້, ຄວາມສາມາດ, ປະສົບການ ລະຫວ່າງສະມາຊິກດ້ວຍກັນ ໃນການດຳລົງຊີວິດ ແລະ ສ້າງເສດຖະກິດຄອບຄົວແກ້ໄຂຄວາມຫຍຸ້ງຍາກ.

About admins14