ບໍລິຄໍາໄຊ ສໍາເລັດຊຸດອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ SME ໃນການເຂົ້າເຖິງແຫຼ່ງທຶນ

ຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດ, ວາງແຜນການເງິນ ແລະ ການບັນຊີເງິນສົດ ສໍາລັບລັດວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ຢູ່ໂຮງແຮມໂຊກບຸນມາ ບ້ານອານຸສອນໄຊ ເມືອງປາກຊັນ ແລະ ໄດ້ສໍາເລັດລົງໃນວັນທີ 13 ສິງຫາ 2021 ໂດຍການເປັນປະທານຂອງ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ, ມີທີມງານຄູຝືກ ຈາກບໍລິສັດທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ (EDC), ນັກສໍາມະນາກອນ ຈາກບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສຳລັບຫົວໜ່ວຍ SME ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີ 26 ຫົວໜ່ວຍ ທີ່ມາຈາກ 6 ຕົວເມືອງ: ເມືອງປາກຊັນ, ບໍລິຄັນ, ທ່າພະບາດ, ປາກກະດິງ, ວຽງທອງ ແລະ ເມືອງຄຳເກີດ.

ໃນນີ້ ມີຂະແໜງອຸດສາຫະກໍາປຸງແຕ່ງຜະລິຕະພັນກະສິກໍາ, ກະສິກໍາປູກຝັງ ແລະ ລ້ຽງສັດ, ຂະແໜງທ່ອງທ່ຽວ, ກໍ່ສ້າງ ແລະ ການຄ້າ, ພ້ອມນັ້ນ ຍັງມີພະນັກງານລັດ 3 ທ່ານ, ລວມທັງໝົດ 29 ທ່ານ.

ຊຸດອົບຮົມ ນັກສໍາມະນາກອນ ໄດ້ຮຽນຮູ້ກ່ຽວກັບຫຼາຍບົດຮຽນສໍາຄັນ ເປັນຕົ້ນແມ່ນ ການວາງແຜນທຸລະກິດ, ແຜນການຕະຫຼາດ, ການວິເຄາະຈຸດອ່ອນ-ຈຸດແຂງ ຂອງທຸລະກິດ, ແຜນດໍາເນີນງານ, ແຜນຄຸ້ມຄອງບໍລິຫານ, ການວາງແຜນການເງິນ ແລະ ອື່ນໆ.

ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ, ສ້າງເງືອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ບັນດາຫົວໜ່ວຍ SME ສາມາດເຂົ້າເຖີງເງິນທຶນປ່ອຍກູ້ບ້ວງເງິນດອກເບ້ຍຕໍ່າຂອງລັດຖະບານ ທີ່ໄດ້ສະໜອງໃຫ້ກັບກອງທຶນສົ່ງເສີມ SME ໃນອານາຄົດ.

ເພື່ອເປັນການຢັ້ງຢືນເຖີງຄຸນນະພາບ ແລະ ຜົນສໍາເລັດ ຂອງຊຸດຝືກອົບຮົມໃນຄັ້ງນີ້ ຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ 29 ທ່ານ, ໃຫ້ກຽດມອບໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ.

About admins14