ບໍລິຄໍາໄຊ ສ້າງແຜນພັດທະນາ ຫວາຍ ແລະ ໄມ້ປ່ອງ 2021-2025

ກອງປະຊຸມຄະນະຊີ້ນຳ ການຮ່າງແຜນດຳເນີນງານ ຫວາຍ ແລະ ໄມ້ປ່ອງ ໄດ້ຈັດຂຶ້ນໃນວັນທີ 23 ທັນວາ 2020 ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມໂດຍ ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ ມີຄະນະຊີ້ນຳແຜນຍຸດທະສາດ ຫວາຍ-ໄມ້ປ່ອງ ຂັ້ນແຂວງ, ຂັ້ນເມືອງ ຈາກ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຜນພັດທະນາຫວາຍ-ໄມ້ປ່ອງຂອງແຂວງບໍລິຄຳໄຊ 2021-2025 ເພື່ອປັບປຸງຕ່ອງໂສ້ມູນຄ່າ ຫວາຍ-ໄມ້ປ່ອງ ໃຫ້ດີຂຶ້ນຕາມລໍາດັບ ຜ່ານການສ້າງຕັ້ງເປັນສະຫະກອນຜະລິດຕະພັນຫວາຍ – ໄມ້ປ່ອງຂອງແຂວງ ຕິດພັນກັບນະໂຍບາຍຊຸກຍູ້ສົ່ງເສີມທີ່ເໝາະສົມຂອງພາກລັດ ເພື່ອໃຫ້ພາກທຸລະກິດສາມາດພັດທະນາຕະຫຼາດພາຍໃນ ແລະ ຕ່າງປະເທດ, ສ້າງໃຫ້ມີກົນໄກໃນການນໍາໃຊ້ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ ຫວາຍ-ໄມ້ປ່ອງ ຢ່າງເປັນລະບົບ ແລະ ຍືນຍົງ ໂດຍຈະໄດ້ສຸມໃສ່ 5 ແຜນງານ ຄື: ປັບປຸງເຕັກນິກການກ້າເບ້ຍ, ການປູກ, ການເກັບກູ້ ແລະ ການຄຸ້ມຄອງຈັດສັນປ່າຫວາຍ-ໄມ້ປ່ອງ, ປັບປຸງຄຸນນະພາບການແປຮູບ ແລະ ການເຮັດຜະລິດພັນ, ການໂຄສະນາຊຸກຍູ້ສົ່ງເສີມ ແລະ ການຕະຫຼາດ, ນະໂຍບາຍທີ່ເອື້ອອຳນວຍໃນການດຳເນີນທຸລະກິດຫວາຍ-ໄມ້ປ່ອງ ແລະ ການພັດທະນາຄວາມສາມາດ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ການສ້າງບຸກຄະລາກອນ.

ຫຼັງຈາກນັ້ນໃນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນຮ່ວມກັນ ຕໍ່ຮ່າງແຜນດຳເນີນງານໃນແຕ່ລະພາກ ເພື່ອເຮັດໃຫ້ບັນດາວຽກງານແຜນການ ມີຄວາມຄົບຖ້ວນສົມບູນ ແນ່ໃສ່ນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ການຄຸ້ມຄອງ, ພັດທະນາ ຫວາຍ-ໄມ້ປ່ອງ ໃຫ້ມີຄວາມເຂັ້ມແຂງ, ສາມາດຕອບສະໜອງ ໃຫ້ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການຫວາຍ-ໄມ້ປ່ອງ ແບບຍືນຍົງ, ໃຫ້ການສະໜັບສະໜູນ, ມີນະໂຍບາຍຊຸກຍູ້ສົ່ງເສີມຢ່າງເປັນລະບົບ ແລະ ແທດເໝາະກັບສະພາບຄວາມເປັນຈິງ.

About admins14