ບໍລິຄໍາໄຊ ຜັນຂະຫຍາຍ ສອງວາລະແຫ່ງຊາດ

ກອງປະຊຸມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມທຸກຍຸງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວຫນ້າພະແນກການ, ກົມກອງ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ ກໍ່ເພື່ອຮັບຟັງການລາຍງານສະພາບລວມ ໃນການຈັດຕັ້ງປະຕິບັດ 2 ວະລະແຫ່ງຊາດໃນໄລຍຍະຜ່ານມາຢູ່ແຂວງບໍລິຄໍາໄຊ ເປັນຕົ້ນແມ່ນວຽກງານການແກ້ໄຂບັນຫາຄວາມຫຍຸງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເພຶ່ອໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ປະກອບຄໍາຄິດເຫັນຕີລາຄາຄືນ ບັນດາຈຸດອ່ອນຂໍ້ຄົງຄ້າງໃນດ້ານຕ່າງໆ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພຶ່ອສ້າງຄວາມເຂົ້າໃຈຢ່າງຖືກຕ້ອງ – ມີຄວາມເປັນເອກະພາບ ແລະ ຄວາມຈໍາເປັນຕ້ອງໃຊ້ມາດຕະການເດັດຂາດໃນການແກ້ໄຂບັນຫາເພຶ່ອເຮັດໃຫ້ວຽກງານ ໄດ້ຮັບການປັບປຸງປ່ຽນແປງ ມີຄວາມຖືກຕ້ອງສອດຄ່ອງ ເຂັມງວດ ໂປ່ງໃສ ຖືກຕ້ອງຕາມລະບຽບການ ແລະ ທິດຊີ້ນໍາທີຂັ້ນເທິງວາງອອກໃນແຕ່ລະໄລຍະ. ພ້ອມທັງຍົກສູງຄວາມຮັບຮູ້, ເຂົ້າໃຈສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ຄວາມຮັບຜິດຊອບ ໃນການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃນການປະຕິບັດຕົວຈິງ ກໍາແໜ້ນເນື້ອໃນສຳຄັນ ທີ່ເປັນພື້ນຖານ ຮັບປະກັນໃຫ້ແກ່ ການແກ້ໄຂວຽງານດຳເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມ ຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ ແລະ ທັນເວລາ.

ວ່າລະແຫ່ງຊາດ ແມ່ນການແກ້ໄຂບັນຫາສໍາຄັນ-ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຜ່ອນຄາຍລົງ ໂດຍໃຫ້ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ-ພັນທະ ແລະ ຄວາມຮັບຜິດຊອບຂອງໝົດທຸກພາກສ່ວນໃນສັງຄົມ ທັງເປັນການຜັນຂະຫຍາຍມິຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແນ່ໃສສ້າງການຫັນປ່ຽນທີ່ແຂງແຮງ-ເລິກເຊິງ ແລະ ຮອບດ້ານ ເພຶ່ອລະດົມໃຫ້ກໍ່ສ້າງກໍາລັງແຮງທົ່ວສັງຄົມ ເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ແລະ ເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນໜ້າທີ່ໃຈກາງຂອງທົ່ວພັກ-ທົວລັດ ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປ່ວງຊົນຮອບດ້ານ.

About admins14