ບໍລິຄໍາໄຊ – ນະຄອນຫຼວງ ຄົ້ນຄວ້າ ປຶກສາຫາລື ການກໍານົດເສັ້ນເຂດແດນເຊື່ອມຕໍ່

ກອງປະຊຸມຄົ້ນຄວ້າ ປຶກສາຫາລື ກ່ຽວກັບການກໍານົດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ ກັບ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ມີນາ 2022 ຢູຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄໍາໄຊ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີບັນດາຕາງໜ້າພະແນກການທີ່ກ່ຽວຂອງຂັ້ນແຂວງ, ເມືອງ ຄະນະຮັບຜິດຊອບແກ້ໄຂບັນຫາເສັ້ນເຂດແດນເຊື່ອມຕໍ່ຂອງແຂວງບໍລິຄໍາໄຊ ແລະ ນະຄອນຫຼວງເຂົ້າຮ່ວມ.

ທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກພາຍໃນແຂວງບໍລິຄຳໄຊ ໄດ້ຜ່ານບົດລາຍງານລະຫວ່າງຈຸດເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ກັບ ນະຄອນຫຼວງວຽງຈັນ ວ່າ: ກ່ອນປີ 1999 ກົມແຜນທີ່ແຫ່ງຊາດ ໄດ້ກຳນົດເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງບໍລິຄຳໄຊ ກັບ ນະຄອນຫຼວງວຽງຈັນ ເລີ່ມຕົ້ນຈາກແມ່ນໍ້າງື່ມ ທີ່ປ່ອງໃສ່ນໍ້າຂອງ ຂື້ນຕາມນໍ້າງື່ມຮອດຄົດທີ່ສາມ ແລ້ວຕັດໃສ່ຈຸດສູງ 173 ແລ້ວຂື້ນຕາມສັນພູທາງທິດຕາເວັນຕົກສຽງເໜືອຫາຈຸດສູງ 607 ສືບຕໍ່ໄປຕາມສັນພູຫາຈຸດສູງ 944 ຂື້ນຕາມສັນພູທາງທິດຕາເວັນຕົກສຽງເໜືອຫາຈຸດສູງ 1039 (ພູເຂົາຄວາຍ) ແລະ ຂື້ນຕາມສັນພູທາງທິດເໜືອຫາຈຸດສູງ 796.

ມາຮອດປີ 1999 ສອງແຂວງໄດ້ເປີດກອງປະຊຸມປຶກສາຫາລືແກ້ໄຂເຂດແດນ ເສື່ອມຕໍ່ ນະຄອນຫຼວງສະເໜີຂໍ 3 ບ້ານ ຄື: ໜອງຂຽດ, ບ້ານປາກງື່ມ ແລະ ບ້ານສົມສະຫວາດ, ຕໍ່ມາໄດ້ມີແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 879/ສນຍ, ລົງວັນທີ 01 ກໍລະກົດ 2002 ເຫັນດີໃຫ້ 03 ບ້ານດັ່ງກ່າວ ໃຫ້ເມືອງປາກງື່ມຄຸ້ມຄອງ ເຊີ່ງໄດ້ກວມເອົາເນື້ອທີ່ຍັບເຂົ້າມາທາງແຂວງບໍລິຄຳໄຊ ປະມານ 7,700 ກວ່າເຮັກຕາ.

ປະຈຸບັນ ຍັງແກ້ໄຂບໍ່ທັນໄດ້ຍັງ 1 ຈຸດ ຄື: ຈຸດໜ່ວຍ 15 ບ້ານນາໄຊ ເລີ່ມແຕ່ຂົວ ຫ້ວຍຂາວ (ຫ້ວຍຄາວ) ຕັດໃສ່ປາກຫວ້ຍຍຸງແງວ ທີ່ປ່ອງໃສ່ນໍ້າງື່ມ ແລ້ວເລາະຂື້ນ ຕາມນໍ້າງື່ມ ຮອດປາກຫວ້ຍຂາວ (ຫ້ວຍຄາວ) ມີເນື້ອທີ່ປະມານ 236 ເຮັກຕ່າ, ຍ້ອນສອງແຂວງມີຂໍ້ສະເໜີ ແລະ ເງື່ອນໄຂແຕກຕ່າງກັນ.

ກອງປະຊຸມດັ່ງກ່າວ ຜູ້ຕ່າງໜ້າທັງສອງແຂວງ ໄດ້ຜັນປ່ຽນກັນ ຂຶ້ນລາຍງານສະພາບລວມ – ຂອບເຂດທີ່ຕັ້ງ ການປົກຄອງ ບໍລິເວນເຂດເຊື່ອມຕໍ່ດັ່ງກ່າວໃຫ້ກັນ ແລະ ກັນໄດ້ຮັບຊາບ,  ພ້ອມດຽວກັນບັນດາແຂກທີ່ດຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືການຈັດຕັ້ງປະຕິບັດວຽງານໃນດ້ານຕ່າງໆຮ່ວມກັນ.

ຜ່ານການຄົ້ນຄວ້າ ປຶກສາຫາລືຮ່ວມກັນ ຄະນະຮັບຜິດຊອບແກ້ໄຂບັນຫາເຂດແດນເຊື່ອມຕໍ່ ແຂວງ ບໍລິຄໍາໄຊ ກັບນະຄອນຫຼວງວຽງຈັນ ໄດ້ຕົກລົງເຫັນດີເອກະພາບ ກໍານົດເອົາເສັ້ນເຂດແດນເຊື່ອມຕໍ່ໃໝ່ ທີ່ຖືກຕ້ອງຕາມການຄຸ້ມຄອງຕົວຈິງຂອງປະຊາຊົນທັງສອງແຂວງ.

ພ້ອມນັ້ນ ຍັງໄດ້ມອບໃຫ້ ຄະນະວິຊາການແຂວງ ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ ລົງສໍາຫຼວດຮ່ວມກັນຢູ່ພາກສະໜາມຕື່ມ, ພາຍຫຼັງສໍາເລັດການສໍາຫຼວດເປັນເອກະພາບດ້ານວິຊາການແລ້ວ ໃຫ້ລາຍງານການນໍາຂອງແຂວງ ແລະ ນະຄອນຫຼວງ ແລ້ວຈຶ່ງລາຍງານ ກະຊວງພາຍໃນ ກົມແຜນທີ່ແຫ່ງຊາດເພຶ່ອຊາບ ແລະ ດໍາເນີນຕາມຂັ້ນຕອນຕໍ່ໄປ.

ໂອກາດນີ້ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

About admins16