ບໍລິຄໍາໄຊສອບເສັງ ລັດຖະກອນຄູໃໝ່ປະຈໍາປີ 2023

ທົ່ວຂະແໜງສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊໄດ້ເປີດບັ້ນສອບເສັງລັດຖະກອນຄູໃໝ່ປະຈໍາປີ 2023 ໃນຕອນເຊົ້າວັນທີ 25 ເມສາ 2023 ຢູ່ຫ້ອງປະຊຸມສູນ ໄອຊີທີແຂວງ ໂດຍການເປັນປະທານຂອງທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຕຸ່ນ ຄໍາພາວັນ ຫົວໜ້າພະແນກປ້ອງກັນພັກ-ປ້ອງກັນພາຍໃນ ກົມຈັດຕັ້ງ-ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງຂອງຂະແໜງການສຶກສາກະຊວງສຶກສາທິການ ແລະ ກິລາ, ຫົວໜ້າຂະແໜງ-ຮອງຂະແໜງ, ຄະນະກຳມະການ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າສອບເສັງລັດຖະກອນຄູທີ່ມາຈາກ 4 ຕົວເມືອງເຂົ້າຮ່ວມ.

ທ່ານ ພອນໄຊ ໄຊຍະສິດ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູວ່າ: ທົ່ວແຂວງ ມີຄູອາສາທັງໝົດ 153 ຄົນ, ວິຊາສະເພາະຄູທີ່ຕ້ອງການປີນີ້ມີ: ຄູອະນຸບານ, ຄູປະຖົມ, ຄູພາສາລາວ-ວັນນະຄະດີ,ຄູຄະນິດສາດ,ຄູຟີຊິກສາດ,ຄູພະລະສຶກສາ ແລະ ຄູຄອມຟິວເຕິ, ສູນສອບເສັງແບ່ງອອກເປັນສອງຈຸດຄື: ຈຸດທີ່ໜຶ່ງແມ່ນຢູ່ສູນໄອຊີທີເມືອງປາກຊັນ ມີຜູ້ເຂົ້າຮ່ວມສອບເສັງທັງໝົດ 28 ຄົນ ທີ່ມາຈາກຂັ້ນແຂວງ 4 ຄົນ, ເມືອງປາກຊັນ 2 ຄົນ, ເມືອງປາກກະດິງ 2 ຄົນ, ເມືອງທ່າພະບາດ 10 ຄົນ, ເມືອງບໍລິຄັນ 10 ຄົນ, ສ່ວນຈຸດທີ່ສອງສອບເສັງຢູ່ເມືອງວຽງທອງ ມີຜູ້ເຂົ້າຮ່ວມສອບເສັງທັງມົດ 22 ຄົນ ທີ່ມາຈາກເມືອງວຽງທອງ 3 ຄົນ, ເມືອງຄໍາເກີດ 8 ຄົນ ແລະ ເມືອງໄຊຈໍາພອນ 11 ຄົນ.

ຜູ້ທີ່ເຂົ້າຮ່ວມການສອບເສັງໃນຄັ້ງນີ້ ແມ່ນຄູອາສາສອນມາແລ້ວຢ່າງໜ້ອຍ 5 ປີ, ສ່ວນວິຊາທີ່ນໍາມາສອບເສັງຄັ້ງນີ້ມີຢູ່ 3 ພາກຄື: ສອບເສັງພາກຄວາມຮູ້ທົ່ວໄປ, ສອບເສັງພາກວິຊາສະເພາະ, ສອບເສັງພາກປະຕິບັດຕົວຈິງ ແລະ ສໍາພາດ. ນອກນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າປີນີ້ ແຂວງບໍລິຄໍາໄຊໄດ້ຮັບຕົວເລກລັດຖະກອນຄູໃໝ່ປະຈໍາປີ 2023ແມ່ນມີພຽງ 10 ທຶນເທົ່ານັ້ນ ຕາມການແບ່ງປັນຂອງກະຊວງສຶກສາທິການແລະກິລາ.

ໃນໂອກາດດັ່ງກ່າວ ທ່ານ ນາງ ຄໍາຮັກໄລວັນ ປະທານການສອບເສັງໃນຄັ້ງນີ້ທ່ານໄດ້ເນັ້ນໃຫ້ຄະນະກໍາມະການແຕ່ລະພາກສ່ວນຈົ່ງຕັ້ງໜ້າປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນທີ່ທາງຂັ້ນເທີງມອບໝາຍໃຫ້ບັນຕາມຄາດໝາຍທີ່ວາງໄວ້, ສ່ວນຜູ້ສອບເສັງກໍ່ຈົ່ງພ້ອມປະຕິບັດຕາມກົດລະບຽບທີ່ຄະນະກຳມະການວາງອອກຢ່າງເຂັ້ມງວດ.

About admins16