ບໍລິຄໍາໄຊຈັດ ພິທີທໍາລາຍຢາເສບຕິດເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ

ໃນວັນທີ 12 ຕຸລາ 2021 ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດຂຶ້ນ ຢູ່ທີ່ສູນປິ່ນປົວ-ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດໜອງດົງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ມີປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ, ການນໍາຂັ້ນແຂວງ ຕາງໜ້າພະແນກການທີ່ກຽ່ວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຮອງປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດວ່າ ໃນໄລຍະ 1 ປີຜ່ານມາ ສາມາດຕໍ່ສູ່ມ້າງລາຍຄະດີ, ຈັບຜູ້ຖືກຫາ ແລະ ຍຶດຂອງກາງໄດ້, ຄະດີເກີດຂື້ນທັງໝົດ 188 ເລື່ອງ ຄ້າ-ຂາຍຢາບ້າ 178 ເລືອງ, ຄັນຊາ 4 ເລື່ອງ, ຢາໄອສ໌ 3 ເລື່ອງ, ຄ້າ-ຂາຍຝິ່ນ 2 ເລື່ຶອງ ແລະ ຄ້າ-ຂາຍເຮໂລອິນ 2 ເລື່ອງ, ກັກຜູ້ຖືກຫາໄດ້ 254 ຄົນ, ຍິງ 24 ຄົນ, ຕ່າງປະເທດ 4 ຄົນ, ຍຶດຂອງກາງ ຢາບ້າໄດ້ 553.814 ເມັດ, ຄັນຊາ 2.601 ກິໂລກະລາມ, ແກ່ນຄັນຊາ 8 ກິໂລກະລາມ, ຢາໄອສ໌ 1ຫໍ່ໃຫ່ຍ, 9 ຖົງນ້ອຍ, ເຮໂລອິນ 600 ແທ່ງ, ປືນ CKC 1 ກະບອກ, ປືນແກັບ 11 ກະບອກ ແລະ ປືນດັດແປງ 4 ກະບອກ, ຂອງກາງຄະດີສາມາດຕັດສິນໄດ້ເດັດຂາດ ຢາບ້າ 402.460 ເມັດ, ຄັນຊາແຫ້ງ 500 ກິໂລກາລາມ, ຢາໄອສ໌ 290 ກິໂລກາລາມ, ເຮໂລອິນ 4 ຫຼອດນ້ອຍ ນໍ້າໜັກ 0,4 ກາລາມ.

ຫຼັງຈາກນັ້ນກໍ່ໄດ້ມີພິທີທໍາລາຍຢາເສບຕິດຢ່າງເປັນທາງການ ເພື່ອສະເຫຼີມ-ສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ ຄົບຮອບ 20 ປີ.

About admins14