ບໍລິຄຳໄຊ – ໄຊສົມບູນ ລົງນາມເຊັນບົດບັນທຶກເຂດແດນເຊື່ອມຕໍ່ຮ່ວມກັນ

ພິທີລົງນາມເຊັນບົດບັນທຶກເຂດແດນເຊື່ອມຕໍ່ ລະຫວ່າງ ແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມບູນ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄຳໄຊ, ລົງນາມຝ່າຍແຂວງ ບໍລິຄຳໄຊ ໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ຝ່າຍແຂວງ ໄຊສົມບູນ ລົງນາມໂດຍ ທ່ານ ພອຍຄຳ ຮູ່ງບູນຍວງ ເຈົ້າແຂວງໄຊສົມບູນ, ມີຕາງໜ້າກົມແຜນທີ່, ກົມປົກຄອງ ແລະ ບັນດາພະແນກການຂອງແຂວງ, ເມືອງ ທີ່ກ່ຽວຂ້ອງທັງ 2 ແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ຜ່ານການ ຄົ້ນຄວ້າ ປຶກສາຫາລືຮ່ວມກັນ ຂອງຄະນະແກ້ໄຂບັນຫາເຂດແດນເຊື່ອມຕໍ່ ແຂວງບໍລິຄຳໄຊ ກັບ ແຂວງໄຊສົມບູນ, ສາມາດຕົກລົງກັນເປັນເອກະພາບ ຕາມຂໍ້ມູນໃນບົດບັນທຶກເຂດແດນເຊື່ອມຕໍ່ປີ 1999 ແລະ ແຜນທີ່ເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ ກັບ ແຂວງໄຊສົມບູນ ຕາມທີ່ໄດ້ຂີດລົງໃນແຜນທີ່ພູມສັນຖານມາດຕາສ່ວນ 1:100.000, ສະບັບປີ 1982, ເສັ້ນເຂດແດນເຊື່ອມຕໍ່ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງໄຊສົມບູນ ແມ່ນເລີ່ມຈາກຈຸດເຂດແດນເຊື່ອມຕໍ່ສາມແຂວງ ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ເລີ່ມຈາກຈຸດສູງ 882 ໂດຍໄດ້ກຳນົດເຂດແດນຕາມສັນພູ ແລະ ລົງຕາມນໍ້າເລີກ ຂື້ນຕາມສັນພູທາງທິດຕາເວັນຕົກສ່ຽງໃຕ້ຈົນຮອດຈຸດຄົບສາມແຂວງ ບໍລິຄຳໄຊ, ໄຊສົມບູນ ແລະ ຊຽງຂວາງ ເຊີ່ງມີຄວາມຍາວປະມານ 208 ກິໂລແມັດ.

ຈຸດທີ່ດັດແກ້ເຂດແດນເຊື່ອມຕໍ່ 2 ແຂວງໃນຄັ້ງນີ້ ສ່ວນໃຫຍ່ແມ່ນດັດແກ້ເຂດແດນເຊື່ອມຕໍ່ລະຫວ່າງ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ແລະ ເມືອງ ລ້ອງຊານ ແຂວງ ໄຊສົມບູນ.

ຈຸດປະສົງ ເພື່ອເປັນບ່ອນອິງໃນການປົກປັກຮັກສາສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການຄຸ້ມຄອງ, ປົກປັກຮັກສາພະຍາກອນທຳມະຊາດ, ສ້າງສາພັດທະນາທ້ອງຖິ່ນໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮູ່ງເຮືອງ, ສີວິໄລ.

About admins14