ບໍລິຄຳໄຊ ໄຂສົກຮຽນໃໝ່ ປະຈໍາສົກຮຽນ2022 – 2023

ພິທີໄຂສົກຮຽນໃໝ່ 2022 – 2023 ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2022 ຢູ່ສະໂມສອນໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ – ກິລາ ແຂວງ.

ທ່ານ ໂພເພັດ ກຸນນາວົງ ຮອງຫົວວໜ້າພະແນກສຶກສາທິການ – ກິລາແຂວງ ໄດ້ກ່າວລາຍງານສະຫຼຸບໂດຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງສຶກສາ ແລະ ກິລາ ປະຈໍາສົກຮຽນ 2021 – 2022 ເຊີ່ງໄດ້ສະແດງໃຫ້ເຫັນຈໍານວນ 15 ຄາດໝາຍຫຼັກ ທີ່ກໍານົດໄວ້ໃນແຜນປີຜ່ານມາ, ມີ 8 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, 3 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 4 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ ດັ່ງລາຍລະອຽດລຸ່ມນີ້: ຄາດໝາຍທີ່ບັນລຸ ມີ 8 ຄາດໝາຍ ອັດຕານັກຮຽນເຂົ້າໃໝ່ສຸດທິ ປ.1 ເພີ່ມຈາກ 98.4 % ມາເປັນ 98.6% (ຄາດໝາຍ 98.6 %), ອັດຕາການເລື່ອນຊັ້ນ ປ5 ຂື້ນ ມ1 (ທຽບໃສ່ນັກຮຽນຕົ້ນປີ) ເພີ່ມຈາກ 83.9% ມາເປັນ 85.7% (ຄາດໝາຍໃຫ້ສູງກວ່າ 85%), ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາການເລື່ອນຊັ້ນ ປ.5 ຫາ ມ.1 ບັນລຸໄດ້ 1.03 (ຄາດໝາຍໃນລະຫວ່າງ 0.97-1.03).

ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ບັນລຸໄດ້ 1.430 ຄົນ (ຄາດໝາຍ 1.068 ຄົນ), ສູ້ຊົນຈໍານວນເມືອງທີ່ບັນລຸດັດສະນີຄວາມສໍາພັນລະຫວ່າງຄູ ແລະ ນັກຮຽນ (R2>=0,8) ສາມາດ ບັນລຸໄດ້ 7 ເມືອງ (ຄາດໝາຍ 7 ເມືອງ), ສົ່ງເສີມໃຫ້ນັກຮຽນທີ່ຈົບມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ເຂົ້າຮຽນໃນໂຮງຮຽນເຕັກນິກວິຊາຊີບຂອງແຂວງ ສາມາດບັນລຸໄດ້ 193 ຄົນ (ຄາດໝາຍ 180 ຄົນ), ສູ້ຊົນໃຫ້ມີນັກຮຽນທີ່ຈົບມັດທະຍົມພາຍໃນແຂວງ ໄດ້ສືບຕໍ່ຮຽນໃນລະດັບມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດ ສາມາດບັນລຸໄດ້ 406 ຄົນ (ຄາດໝາຍ 192 ຄົນ), ສືບຕໍ່ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼີ້ນກິລາເພືີ່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄືີ່ອນໄຫວກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 33.01% (ຄາດໝາຍ 33%) ແລະ ວຽກງານອື່ນໆເຫັນວ່າສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ.

ໃນໂອກາດດັ່ງກ່າວ ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ໄດ້ນໍາເອົາປື້ມຂຽນ 200 ໜ້າ ຈຳນວນ 450 ຫົວມາມອບໃຫ້ແກ່ໂຮງຮຽນ ເພື່ອແຈກຍາຍໃຫ້ນັກຮຽນເຂົ້າໃນການຮຽນກ່າວຮັບໂດຍ ທ່ານ ລົມ ແພງສຸກ ພ້ອມດ້ວຍຄູອາຈານ.

About admins14