ບໍລິຄຳໄຊ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ

ກອງປະຊຸມຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳເດືອນມີນາ ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ-ພັກ-ພະນັກງານ, ມີຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 187/ຄປພ ຂບຊ, ລົງວັນທີ 4 ມີນາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ຄະນະປະຈຳພັກແຂວງບໍລິຄຳໄຊ ຕົກລົງເຫັນດີແຕ່ງຕັ້ງ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ-ພັກ-ພະນັກງານ ເປັນຫົວໜ້າ, ສະຫາຍ ວົງສີ ທອງສີອິນທິປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນຮອງ, ສະຫາຍ ປອ ດວງຕາ ມໍລະຄາສຸກ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ, ສະຫາຍ ພົຈວ ຈວງຈັນ ລາດຊະວົງ ກຳມະການປະຈຳພັກແຂວງ ເລຂາຄະນະພັກກອງບັນຊາການທະຫານແຂວງ ແລະ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເປັນຄະນະ, ພ້ອມກັນນັ້ນ ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມ ຂອງບັນດາພະແນກການ, ອົງການອ້ອມຂ້າງແຂວງ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການລາຍງານ, ການຊີ້ແຈງ-ຕອບແກ້ບັນຫາທີ່ເກີດຂຶ້ນ ຈາກພາກສ່ວນກ່ຽວຂ້ອງ ເປັນຕົ້ນແມ່ນສະພາບການເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳຂອງພັກ-ລັດ, ສະພາບແນວຄິດ, ຈັນຍາບັນ, ຈັນຍາທຳ ຂອງພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຫາງສຽງດ້ານຕັ້ງໜ້າ, ຫາງສຽງທີ່ຕ້ອງໄດ້ແກ້ໄຂ ແລະ ວຽກງານອື່ນໆ, ທັງນີ້ ກໍ່ເພື່ອນຳໄປປັບປຸງແກ້ໄຂ ໃຫ້ບັນດາວຽກງານດີຂຶ້ນໃນຕໍ່ໜ້າ ແລະ ເຮັດໃຫ້ຫາງສຽງສັງຄົມດ້ານຫຍໍ້ທໍ້ໃນສັງຄົມ ຫຼຸດໜ້ອຍຖອຍລົງ ແລະ ໝົດໄປໃນທີ່ສຸດ.

About admins14