ບໍລິຄຳໄຊ ຄຸມເຂັ້ມຜູ້ທີ່ຈຳເປັນເດີນທາງໄປຕ່າງແຂວງ

ເພຶ່ອອຳນວຍຄວາມສະດວກໃຫ້ແກ່ຜູ່ທີ່ຈຳເປັນ ໃນການເດີນທາງໄປຕ່າງແຂວງ ແຂວງບໍລິຄຳໄຊ ໄດ້ຈັດຈຸດອອກໃບອະນຸຍາດຂອງຄະນະສະເພາະກິດແຂວງ ຢູ່ຫ້ອງວ່າການປົກຄອງແຂວງ ບ້ານອານຸສອນໄຊ ເມືອງປາກຊັນ ທຸກວັນຈັນ-ວັນອາທິດ ໂດຍບໍ່ມີມື້ພັກ.

ຕາມການໃຫ້ສຳພາດຂອງ ທ່ານ ພອນສະຫວັນ ວົງສາວັນທອງ ຮອງຂະແໜງຄົ້ນຄວ້າສັງລວມ ຫ້ອງວ່າການແຂວງບໍລິຄຳໄຊ ຄະນະກອງເລຂາສະເພາະກິດຂັ້ນແຂວງ ໃນວັນທີ 12 ພຶດສະພາ 2021 ໄດ້ໃຫ້ຮູ້ວ່າ: ກໍລະນີພະນັກງານ ໄປວຽກທາງລັດຖະການຢູ່ຕ່າງແຂວງ ຕ້ອງມີໃບຢັ້ງຢືນ ຫຼື ເອກະສານແຕ່ງຕັ້ງຈາກກົມກອງ, ນິຕິບຸກຄົນ ຫຼື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີ ຫຼື ໃບຢັ້ງຢືນ ຈາກບໍລິສັດ ພ້ອມໃບທະບຽນວິສາຫະກິດ, ກໍລະນີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫຼື ຖ້າເຈັບເປັນຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ ທີ່ຕົນເອງອາໃສຢູ່, ຄົນຕ່າງແຂວງທີ່ຕົກຄ້າງຢູແຂວງບໍລິຄຳໄຊ ຢາກກັບຄືນພູມລຳເນົາເດີມ ຕ້ອງມີສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່ ຈາກອົງການປົກຄອງບ້ານ ຫຼື ຄະນະສະເພາະກິດຂັ້ນເມືອງ ທີ່ຕົນອາໃສຢູ່ໃນປັດຈຸບັນ.

ການຂົນສົ່ງສິນຄ້າຂອງວິສາຫະກິດ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບສະເໜີ ຫຼື ໃບມອບສິດຈາກບໍລິສັດ, ສ່ວນການຂົນສົ່ງສິນຄ້າສ່ວນບຸກຄົນ ຕ້ອງມີໃບຢັ້ງຢືນຈາກອົງການປົກຄອງບ້ານ ຫຼື ໃບທະບຽນວິສາຫະກິດການຂົນສົ່ງ, ກໍລະນີໄປຮັບຄົນໃນຄອບຄົວກັບຄືນແຂວງບໍລິຄຳໄຊ ແມ່ນຕ້ອງມີໃບຢັ້ງຢືນຈາກຄະນະສະເພາະກິດຂັ້ນເມືອງຂອງຕົນ ແລະ ກໍລະນີມີຜູ້ຕິດຕາມໃນການຂົນສົ່ງສິນຄ້າ ແມ່ນບໍ່ໃຫ້ຕິດຕາມເກີນ 2 ຄົນ, ສ່ວນການເດີນທາງທົ່ວໄປ ແມ່ນອະນຸມັດໃຫ້ຕິດຕາມບໍ່ເກີນ 1 ຄົນ.

ສຳລັບການອອກໃບເດີນທາງຂອງຄະນະສະເພາະກິດແຂວງ ແມ່ນຈັດຕັ້ງປະຕິບັດຮອດວັນທີ 21 ພຶດສະພາ 2021, ຖ້າພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຈຳເປັນຕ້ອງການເດີນທາງໄປຕ່າງແຂວງ ສາມາດເຂົ້າໄປຕິດຕໍ່ພົວພັນໄດ້ຕາມໂມງລັດຖະການ ໂດຍໃຫ້ບໍລິການທຸກມື້ ວັນຈັນ-ວັນອາທິດ ໂດຍບໍ່ມີມື້ພັກ.

About admins14