ບໍລິຄຳໄຊ ເລີ່ມຮັບວັກຊີນກັນພະຍາດ COVID-19 ຊຸດທີ 2

ເພື່ອເປັນສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຂະບວນການ ໃຫ້ວັກຊິນກັນພະຍາດໂຄວິດ-19 ຊຸດທີ 2 ໄດ້ເລີ່ມຂຶ້ນໃນວັນທີ 27 ເມສາ 2021 ຢູ່ໂຮງໝໍແຂວງບໍລິຄຳໄຊ,  ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ່າຮ່ວມຮັບວັກຊິນກັນພະຍາດໂຄວິດ-19 ຢ່າງຫຼວງຫຼາຍ.

ຕາມການໃຫ້ສຳພາດຂອງ ທ່ານ ດຣ ນາງ ດວງຕາ ເລືອງມີໄລ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ຮູ້ວ່າ ວັກຊີນທີ່ນຳມາສັກໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ, ຊື່ຜະລິດຕະພັນແມ່ນ “ຊິໂນຟາມ”, ສະເພາະຢູແຂວງບໍລິຄຳໄຊ ແມ່ນໄດ້ຮັບຈຳນວນ 13.000 ໂດສ໌ (ຫຼອດ) ແລະ “ເອັສ໌ຕາເຊເນກາ” ສຳລັບວັກຊີນໂຕນີ້ຈະໃຫ້ຄົນທີ່ມີອາຍຸ 60 ຂຶ້ນໄປ ຈຳນວນ 1.000 ໂດສ໌ (ຫຼອດ) ທີ່ໄດ້ຮັບການສະໜັບສະໜຸນຈາກບໍລິສັດໂຄແວັກ ຟັກຊີລີຕີ່, ໂດຍຄົນໜຶ່ງຕ້ອງໄດ້ຮັບ 2 ໂດສ໌ (ຫຼອດ) ເຊິ່ງປະສິດທີພາບໃນສ້າງພູມຄຸ້ມກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 87%.

ສຳລັບການໃຫ້ວັກຊີນໃນຄັ້ງນີ້ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາຮັບວັກຊີນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊີນ 30 ນາທີ ແລະ ອື່ນໆ, ທັ້ງນີ້ກໍ່ເພື່ອຮັບປະກັນເປົ້າໝາຍຮັບວັກຊີນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ຮັບວັກຊີນ.

ວັກຊີນຊິໂນຟາມ ແລະ ເອັສ໌ຕາເຊເນກາ ແມ່ນໄດ້ຮັບການສັກໃນຫຼາຍປະເທດ ແລະ ມີຄວາມສ່ຽງຕ່ຳທີ່ຈະເກີດຜົນຂ້າງຄຽງ, ເປັນຜົນຂ້າງຄຽງແບບເບົາບາງເທົ່ານັ້ນ ບໍ່ອັນຕະລາຍເຖິງຊີວິດ ເຊັ່ນ: ເຈັບຫົວ, ເຈັບບໍລິເວັນສັກ ແລະ ປວດຕາມກ້າມເນື້ອ ແຕ່ອາການເຫຼົ້ານີ້ຈະເກີດຂຶ້ນຫຼັງໄດ້ຮັບວັກຊີນ 30 ນາທີເທົ່ານັ້ນ. ການສັກວັກຊິນ ຊຸດທີ 2 ນີ້ ຈະດຳເນີນ 4 ວັນ ທີ່ໂຮງໝໍແຂວງບໍລິຄຳໄຊ ຈຶ່ງຈະສຳເລັດ.

About admins14