ບໍລິຄຳໄຊ ເພີ່ມຄວາມພ້ອມ ກະກຽມສູນກັກກັນ ໂຄວິດ-19

ໃນວັນທີ 23 ກັນຍາ 2021 ຢູ່ເດີ່ນກິລາເປຕັ່ງແຂວງ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄູມ ແລະ ການແກ້ໄຂ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ ການກໍ່ສ້າງສູນກັກກັນໂຄວິດ-19.

ໂອກາດນີ້ ທ່ານ ສຸລິນ ແກ້ວບຸນເຮືອງ ຮອງຂະແໜງເຄຫາ-ຜັງເມືອງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານໂດຍຫຍໍ່ກ່ຽວກັບການກໍ່ສ້າງ ວ່າ ສູນກັກກັນແຫ່ງນີ້ ໄດ້ເລີມກໍ່ສ້າງໃນວັນທີ 11 ກັນຍາທີ່ຜ່ານມາ ໂດຍໄດ້ແບ່ງເປັນ 2 ເຂດ ຄື: ເດິ່ນກິລາເປຕັ່ງ ຂະໜາດ 26×52 ແມັດ, ມີ 19 ຫ້ອງ ຈໍານວນ 86 ຕຽງ ແມ່ນສໍາລັບຜູ້ກັກກັນເພດຊາຍ ແລະ ເດິ່ນກິລາດອກປິກໄກ່ ຂະໜາດ 36×54 ແມັດ, ມີ 14 ຫ້ອງ ຈໍານວນ 84 ຕຽງ ສໍາລັບຜູ້ກັກກັນເພດຍິງ, ລວມທັງ 2 ເຂດ 170 ຕຽງ, ມີ 34 ຫ້ອງນ້ຳ ແລະ ຈະມີຫ້ອງປ້ອງກັນ, ຫ້ອງເຮັດວຽກຂອງແພດ-ໝໍ, ຫ້ອງພົວພັນວຽກ, ຫ້ອງໃສ່ຊຸດ PE ຂອງແພດ-ໝໍ, ໄດ້ປະກອບລະບົບນ້ຳ ແລະ ລະບົບໄຟຟ້າຄົບຊຸດ, ລວມມູນຄ່າການກໍ່ສ້າງປະມານ 300 ກວ່າລ້ານກີບ.

ມາຮອດປະຈຸບັນ ເຂດເດິ່ນກິລາເປຕັ່ງ ສໍາລັບຜູ້ກັກກັນເພດຊາຍ ແມ່ນສຳເລັດແລ້ວ 90% ແລະ ຈະສຳເລັດສົມບູນໃນວັນທີ 25 ກັນຍາ ທີ່ຈະມາເຖິງນີ້, ເຂດເດິ່ນກິລາດອກປິກໄກ່ ສໍາລັບຜູ້ກັກກັນເພດຍິງ ແມ່ນຈະໃຫ້ສຳເລັດໃນວັນທີ 30 ກັນຍາ 2021.

About admins14