ບໍລິຄຳໄຊ ເຜີຍແຜ່ – ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ແນວລາວສ້າງຊາດ ຄັ້ງທີ XI

ກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະປະຈໍາແນວລາວສ້າງຊາດແຂວງ, ພະແນກການອ້ອມຂ້າງແຂວງ, ນາຍ – ພົນທະຫານ, ນາຍ – ພົນຕໍາຫຼວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 25 ເຖິງ 26 ພະຈິກ 2021 ພາຍໃຕ້ຄຳຂວັນ ” ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງ ເຂົ້າໃນພາລະກິດປົກປັກຮັກສາ – ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ “.

ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ເປັນເອກະພາບຮັບຮອງເອົາລາຍງານການເມືອງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ X, ບົນຈິດໃຈສ້າງການຫັນປ່ຽນໃໝ່, ກອງປະຊຸມໄດ້ຮັບຮອງເອົາ 4 ເນື້ອໃນ ການຫັນປ່ຽນໃໝ່ໃນວຽກງານແນວໂຮມ ດັ່ງນີ້: ກ່ອນອື່ນໝົດ ຕ້ອງສ້າງຄວາມຮັບຮູ້ຄວາມເຂົ້າໃຈ ຕໍ່ວຽກງານແນວໂຮມໃນໄລຍະໃໝ່ໃຫ້ເລິກເຊິ່ງ, ຊຶ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິ 108 ຂອງກົມການເມືອງສູນກາງພັກ ໄດ້ກໍານົດໄວ້.

ໃນນັ້ນ ໃຫ້ກຳແໜ້ນ 4 ທັດສະນະພື້ນຖານ, ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ, ໂດຍເລັ່ງໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກ, ຂໍ້ຄົງຄ້າງຕົ້ນຕໍ ໃນການປະຕິບັດມະຕິຂອງແນວລາວສ້າງຊາດຂັ້ນຂອງຕົນ ເປັນຕົ້ນຄວາມຫຍຸ້ງຍາກດ້ານລາຍຮັບ ທີ່ອາໃສຈາກງົບປະມານຂອງລັດພຽງແຫຼ່ງດຽວ ມາສູ່ການສ້າງລາຍຮັບເພີ່ມເຕີມ ທີ່ບໍ່ຜິດກົດໝາຍໃຫ້ຫຼາຍຂຶ້ນ.

ສ້າງການຫັນປ່ຽນດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍຊວນເຊື່ອປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ໂດຍສຸມໃສ່ຈັດຕັ້ງປະຕິບັດຄຳຮຽກຮ້ອງຂອງສູນກາງພັກ – ລັດຖະບານ ກໍ່ຄືຄະນະພັກ – ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການຂອງຕົນ ໃຫ້ແທດກັບຕົວຈິງ, ນຳເອົາໝາກຜົນຂອງການແຂ່ງຂັນເຫຼົ່ານັ້ນ ມາໃຫ້ປະຊາຊົນ.

ສ້າງການເຫັນປ່ຽນດ້ານຮູບແບບການຮ່ວມສໍາພັນ ລະຫວ່າງອົງການພາຄີດ້ວຍກັນ ໃນການເຄື່ອນໄຫວວຽກງານມະຫາຊົນ ໃຫ້ໄປຕາມທິດລວງດຽວກັນ, ຮ່ວມມືຊ່ວຍໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກັນ ແລະ ກັນ ປັນຕົ້ນຢູ່ຂັ້ນຮາກຖານ, ພ້ອມນັ້ນ, ກອງປະຊຸມໃຫຍ່ໄດ້ກຳນົດ ແລະ ຮັບຮອງເຮົາ 6 ແຜນວຽກຈຸດສຸມ ເພື່ອຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ ( 2021-2025 ).

ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ່ X ໄດ້ນໍາພາຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາອົງການວລາວສ້າງຊາດ 5 ປີຕໍ່ໜ້າ (2021-2025) ເຊິ່ງເປັນການປັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດອອກເປັນ 5 ແຜນງານ ( ມີ 41 ໂຄງການ ) ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ຮັບຮອງເອົາກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XI, ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງກໍາມະການແນວລາວສ້າງຊາດ ສະໄໝທີ XI ຈໍານວນ 238 ທ່ານ.

ພ້ອມນັ້ນ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງພາກສ່ວນຕ່າງ ແລະ ຮັບຟັງການການໂອ້ລົມຊີ້ທິດເຍືອງທາງຈາກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.

ໂອການນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ໄດ້ຕາງໜ້າໃຫ້ການນໍາຂອງແຂວງ ມອບຄອມພີວເຕີ່ ແລະ ປຣິນເຕີ່ ຈໍານວນ 7 ຊຸດ ໃຫ້ແນວລາວສ້າງຊາດແຂວງ ເພຶ່ອນໍາໄປມອບໃຫ້ບັນດາຫ້ອງການແນວລາວສ້າງຊາດເມືອງ ນໍາໄປໃຊ້ເຂົ້າໃນວຽກງານຕ່າງໆ, ຕາງໜ້າຮັບໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ.

About admins14