ບໍລິຄຳໄຊ ເຜີຍແຜ່-ເຊື່ອມຊຶມ ຍຸດທະສາດການຮ່ວມມື ລາວ – ຫວຽດນາມ

ກອງປະຊຸມເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະ ປີ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມືທະວີພາຄີ ໄລຍະປີ 2021-2025 ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະ ປີ 2021-2030 ປະກອບມີ 4 ພາກ ຄື: ຕີລາຄາສະພາບການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໄລຍະ 2011-2030, ບາງບັນຫາທີ່ຕັ້ງຂຶ້ນໄລຍະ 2021-2030, ເປົ້າໝາຍ, ກຳນົດຍຸດທະສາດການຮ່ວມມືລະຫວ່າງ ລາວ-ຫວຽດນາມ ໄລຍະ 2011-2030, ບັນດາມາດຕະການຜັນຂະຫຍາຍຈັດຕັ້ງປະຕິບັດ.

ສຳລັບເປົ້າໝາຍຍຸດທະສາດ ໄລຍະ 2011-2030 ແມ່ນເພື່ອສືບຕໍ່ປັບປຸງ, ພັດທະນາ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ, ຍຶດໝັ້ນ, ຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍຂຶ້ນ, ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ໃນການຮ່ວມມືທະວິພາຄີ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ວັດທະນະທຳ, ສຶກສາ ແລະ ວິທະຍາສາດ-ເຕັກນິກ, ປະກອບສ່ວນເຂົ້າໃນການປະຕິບັດເປົາໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ, ຍົກສູງຖານະບົດບາດ, ອິດທິພົນ ຂອງແຕ່ລະປະເທດ ໃນພາກພື້ນ ແລະ ສາກົນ.

ພ້ອມດຽວກັນ ຍັງໄດຮັບການເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ  ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄລຍະ 2021-2025 ທີ່ປະກອບດ້ວຍ 8 ມາດຕາ, ມີເນື້ອໃນເວົ້າເຖິງການຮ່ວມມືໃນຫຼາຍງານວຽກງານສຳຄັນ ເປັນຕົ້ນແມ່ນຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການຮ່ວມມືດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການຮ່ວມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ, ການຮ່ວມມືໃນຂົງເຂດອື່ນໆ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ທຶນຊ່ວຍເຫຼືອລ້າ ແລະ ອື່ນໆ.

About admins14