ບໍລິຄຳໄຊ ເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກ ສະໄໝທີ XI

ກອງປະຊຸມເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂັ້ນແຂວງ ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ເຜີຍແຜ່ ແລະ ເຊື່ອມຊືມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ, ເມືອງ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການເຜີຍແຜ່-ເຊື່ອມຊືມລະບຽບພັກ ສະໄໝທີ XI ຈາກສະຫາຍເລຂາພັກແຂວງ ໂດຍສະຫາຍໄດ້ອະທິບາຍ ແລະ ຍົກໃຫ້ເຫັນ ເຖິງເນື້ອໃນກົດລະບຽບພັກ ຢູ່ບັນດາໝວດ-ບັນດາມາດຕາ ໃຫ້ລະອຽດຈະແຈ້ງຕື່ມ ແນ່ໃສ່ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບ, ກໍາແໜ້ນຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ.

ກົດລະບຽບພັກສະໄໝທີ XI ປະກອບມີ 15 ໝວດ, 64 ມາດຕາ ເຊິ່ງມີເນື້ອພື້ນຖານວ່າ: ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ.

ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ກໍ່ສາງປັບປຸງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ພັກມີລະບຽບວິໄນເຂັ້ມງວດ, ເຄົາລົບປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ສະມາຊິກພັກ ສະເໝີພາບກັນບົນພື້ນຖານກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງ, ແຜນນະໂຍບາຍ ແລະ ກົດລະບຽບພັກ ເປັນຫຼັກພື້ນຖານຂອງພັກ ເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທໍາຂອງພັກ, ຖືເອົາປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງມະຫາຊົນຂອງພັກ, ອີງໃສມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ, ຖືເອົາການຕິຊົມຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງເລທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງເລທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ພ້ອມກັນນັ້ນ ຜູ້ແທນກອງປະຊຸມຍັງຈະໄດ້ມີການແບ່ງໜ່ວຍ ຄົ້ນຄວ້າຕາມຄໍາຖາມເຈາະຈີ້ມ ແລະ ສົ່ງບົດລາຍງານໃຫ້ຄະນະຮັບຜິດຊອບ.

About admins14