ບໍລິຄຳໄຊ ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການດຳເນີນຄະດີປົກຄອງ

ພິທີເຜີຍແຜ່ລັດຖະບັນຍັດວ່າດ້ວຍການດຳເນີນຄະດີປົກຄອງ ສະບັບເລກທີ 001/ປປທ ລົງວັນທີ 19 ມີນາ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຜີຍໂດຍທ່ານ ຄູນ ຜາສຸກ ຄະນະປະຈຳພັກ, ຫົວໜ້າຄະນະສານປົກຄອງ ສານປະຊາຊົນສູງສຸດ ແລະ ທ່ານ ໄລລາທອງ ຂັນຕິຍະລາດ ກຳມະການພັກແຂວງ ປະທານສານປະຊາຊົນແຂວງບໍລິຄຳໄຊ, ມີຄະນະສານປົກຄອງ, ສານປະຊາຊົນແຂວງ, ໄອຍະການແຂວງ, ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການດໍາເນີນຄະຕິປົກຄອງ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ, ມີຄວາມຍຸຕິທຳ ແລະ ປົກປັກຮັກສາລະບອບການເມືອງ, ການປົກຄອງ, ເສດຖະກິດ – ສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ແນໃສ່ເພີ່ມທະວີນິຕິທຳ, ຈຳກັດ ແລະ ສະກັດກັ້ນການລະເມີດກົດໝາຍ, ສຶກສາອົບຮົມສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ຄະດີປົກຄອງ ແມ່ນຄະດີກ່ຽວກັບບັນຫາທາງປົກຄອງ ຫຼື ທາງບໍລິຫານ ລະຫວ່າງ ອົງການຈັດຕັ້ງລັດ, ພະນັກງານ – ລັດຖະກອນ ກັບ ອົງການຈັດຕັ້ງ ແລະ ພົນລະເມືອງ, ພະນັກງານ – ລັດຖະກອນ ທີ່ມີຕຳແໜ່ງບໍລິຫານ ກັບ ພະນັກງານ – ລັດຖະກອນທົ່ວໄປ, ອົງການຈັດຕັ້ງລັດ ກັບ ອົງການຈັດຕັ້ງລັດ.

ຄະນະການປົກຄອງ ຂອງສານປະຊາຊົນແຂວງ, ນະຄອນຫຼວງ ມີສິດພິຈາລະນາຄະດີເປັນຂັ້ນຕົ້ນ, ຄະນະສານປົກຄອງ ຂອງສານປະຊາຊົນພາກ ມີສິດພິຈາລະນາຄະດີເປັນຂຶ້ນອຸທອນ ແລະ ຄະນະການປົກຄອງ ຂອງສານປະຊາຊົນສູງສຸດ ມີສິດພິຈາລະນາຈະເປັນຂັ້ນລົບລ້າງ ແລະ ຂັ້ນຮື້ຟື້ນ.

ຄະນະການປົກຄອງ ມີສິດອຳນາດພິຈາລະນາຕັດສິນຄະດີ ແຕ່ລະປະເພດ ດັ່ງນີ້: ການອອກການໂຈະ ຫຼື ການຍົກເລີກ ຂໍ້ຕົກລົງ, ຄຳສັ່ງ ຫຼື ໃບອະນຸຍາດ ກ່ຽວກັບການຜະລິດ ທຸລະກິດ, ກິດຈະການອື່ນ ແລະ ການຄຸ້ມຄອງທີ່ດິນທີ່ບໍ່ຖືກຕ້ອງ, ການລົງວິໄນ ຫຼື ໃຫ້ອອກຈາກລັດຖະການ ທີ່ບໍ່ຖືກຕ້ອງ, ການຍົກຍ້າຍ ຫຼື ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ທີ່ບໍ່ຖືກຕ້ອງ, ຄະດີອື່ນ ກ່ຽວກັບບັນຫາ ທາງປົກຄອງ ຫຼື ທາງບໍລິຫານ ຕາມການຕົກລົງຂອງສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ສໍາລັບບັນຫາກ່ຽວກັບ ຄວາມລັບຂອງຊາດ, ຄວາມໝັ້ນຄົງໃນຂົງເຂດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ບໍ່ໃຫ້ພິຈາລະນາ. ລັດຖະບັນຍັດສະບັບນີ້ ມີທັງໝົດ 5 ພາກ 71 ມາດຕາ.

About admins16