ບໍລິຄຳໄຊ ເຜີຍແຜ່ນິຕິກໍາ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ກອງປະຊຸມເຜີຍແຜ່ນິຕິກໍາ ກ່ຽວກັບການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ທີ່ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນ ແລະ ຄວາມຈໍາເປັນ ຂອງການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານ ແຕ່ລະຂັ້ນ, ຈຸດປະສົງ, ດ້ານເນື້ອໃນ, ວິທີການດໍາເນີນ, ເປົາໝາຍເຂົ້າຮ່ວມກອງປະຊຸມ ແລະ ວິທີຈັດຕັ້ງປະຕິບັດ.

ພ້ອມນັ້ນ ໄດ້ເຜີຍແຜ່ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ການຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະຮັບຜິດຊອບລົງເລິກ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ (ກາງສະໄໝ).

ຈາກນັ້ນ ຍັງໄດ້ມີການສະເໜີແລກປ່ຽນຄໍາຄິດເຫັນຮ່ວມກັນ ໃນຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມດ້ານເນື້ອໃນ ແລະ ບັນດາເອກະສານທີ່ກ່ຽວຂ້ອງ, ກໍານົດເວລາຂອງກອງປະຊຸມ, ການແບ່ງຄວາມຮັບຜິດຊອບ ແລະ ວຽກງານອື່ນໆ.

About admins14