ບໍລິຄຳໄຊ ເຜີຍແຜ່ດຳລັດ 138/ລບ ວຽກງານຮັກສາຄວາມປອດໄພ

ພິທີເຜີຍແຜ່ບາງມາດຕາ ຂອງດຳລັດ ເລກທີ 138/ລບ, ລົງວັນທີ 3 ມີນາ 2021 ກ່ຽວກັບວຽກງານຮັກສາຄວາມປອດໄພ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມີນາ 2021 ຢູ່ສະໂມສອນໃຫຍ່ ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ກອງບັນຊາການທະຫານແຂວງ ແລະ ກອງບັນຊາການປ້ອງກັນຄວາມຫງົບແຂວງ ເຂົ້າຮ່ວມ.

ທ່ານຮອງເຈົ້າແຂວງ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງດຳລັດສະບັບນີ້ ວ່າ: ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາວິສາຫະກິດຮັກສາຄວາມປອດໄພ ເພື່ອເຮັດໃຫ້ການຮັກສາຄວາມປອດໄພມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ວິສາຫະກິດຮັກສາຄວາມປອດໄພ ແມ່ນປະເພດທຸລະກິດຄວບຄຸມ, ເປັນການຈັດຕັ້ງທຸລະກິດໜຶ່ງ ມີຖານະເປັນນິຕິບຸກຄົນ ທີ່ເຮັດໜ້າທີ່ ໃຫ້ການບໍລິການຮັກສາຄວາມປອດໄພ, ຄວາມສະຫງົບໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ການເຄື່ອນໄຫວຂອງວິສາຫະກິດຮັກສາຄວາມປອດໄພ ຕ້ອງຢູ່ພາຍໃຕ້ການນຳພາ, ຊີ້ນຳ, ເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ເຄົາລົບ, ກົດໝາຍ ລະບຽບການຢ່າງເຂັ້ມງວດ, ຢູ່ພາຍໃຕ້ການນຳພາ ຄຸ້ມຄອງ ແລະ ຝຶກອົບຮົມທາງດ້ານວິຊາສະເພາະ ໂດຍກະຊວງປ້ອງກັນຄວາມສະຫງົບ, ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ໂປ່ງໃສ ຮັບປະກັນຄວາມສະຫງົບໃນຂົງເຂດທີ່່ຕົນເອງຮັບຜິດຊອບ, ລວມສູນເປັນເອກະພາບ ມີລະບົບການຈັດຕັ້ງ ແລະ ການເຄື່ອນໄຫວເປັນລະບົບຄົບຊຸດ.

ທ່ານຍັງໄດ້ກ່າວຕື່ມອີກວ່າ ຫ້າມກຳລັງຮັກສາຄວາມປອດໄພ ສວຍໃຊ້ສິດ, ໜ້າທີ່ ເພື່ອນາບຂູ່, ບັງຄັບ ສ້າງຄວາມຫຍຸ້ງຍາກ ຫຼື ລ່ວງລະເມີດສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ປະຕິບັດໜ້າທີ່ເກີນຂອບເຂດຕາມການມອບໝາຍ ແລະ ຄວາມຮັບຜິດຊອບຕາມສັນຍາວ່າຈ້າງຂອງລູກຄ້າ, ປະລະໜ້າທີ່ໃນເວລາເວນຍາມ ແລະ ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. ດຳລັດສະບັບນີ້ ມີທັງໝົດ 9 ພາກ 74 ມາດຕາ.

About admins16