ບໍລິຄຳໄຊ ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ

ກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີພາກສ່ວນກ່ຽວຂ້ອງຈາກກະຊວງ, ອົງການປະກັນສັງຄົມແຫ່ງຊາດ, ພະແນກການ, ເມືອງ, ບັນດາບໍລິສັດ ແລະ ລັດວິສາຫະກິດ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່ງບົດສະຫຼຸບຫຍໍ້ ວຽກງານປະກັນສັງຄົມຂອງແຂວງບໍລິຄຳໄຊ ໄລຍະ 9 ເດືອນຜ່ານມາ ທີ່ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ແລະ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ວຽກງານໂຄສະນາປະຊາສໍາພັນ, ການຂຶ້ນທະບຽນປະກັນສັງຄົມ, ການປະຕິບັດນະໂຍບານຕໍ່ຜູ້ປະກັນຕົນ, ການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ວຽກງານອື່ນໆ.

ຈາກນັ້ນ ໄດ້ຮັບຟັງການເຜີຍກົດໝາຍວ່າດ້ວຍ ການປະກັນສັງຄົມ ສະບັບປັບປຸງ ທີ່ປະກອບດ້ວຍ 12 ພາກ, 123 ມາດຕາ ໂດຍໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານປະກັນສັງຄົມ ໃຫ້ເປັນລະບົບ, ແຂງແຮງ ແລະ ມີປະສິດທິພາບ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ.

ການອຸດໜູນປະກັນສັງຄົມ ປະກອບມີ 9 ປະເພດ ຄື: ການອຸດໜູນປະກັນສຸຂະພາບ, ອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອຸດໜູນອອກລູກ, ອຸດໜູນເສຍກໍາລັງແຮງງານ, ອຸດໜູນບໍານານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ.

ຫຼັງຈາກນັ້ນ ຍັງໄດ້ມີການປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການປະຕິບັດນະໂຍບາຍຕໍ່ຜູ້ປະກັນຕົນ, ການເພີ່ມມີສ່ວນຮ່ວມຂອງທຸກພາກໃນສັງຄົມ, ຍົກລະດັບການປະສານສົມທົບຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ອື່ນໆ, ທັງນີ້ ກໍ່ເພື່ອສົ່ງເສີມດ້ານດີ, ແກ້ໄຂບາງຂໍ້ຄົງຄ້າງ ແລະ ນໍາໄປພັດທະນາວຽກງານໃຫ້ດີຂຶ້ນໃນຕໍ່ໜ້າ.

About admins14