ບໍລິຄຳໄຊ ເປີດໂຄງການ ສ້າງຄວາມທົນທານຂອງປະຊາກອນໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ

ກອງປະຊຸມ ເປີດໂຄງການສ້າງຄວາມທົນທານຂອງປະຊາກອນໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ທ່າແຮງຂອງລະບົບນິເວດ ຢູ່ ຢູ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2021 ຢູ່ໂຮງແຮມດອກຈຳປາ ໂດຍການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຮອງເຈົ້າເມືອງ, ນາຍບ້ານຈາກບັນດາບ້ານເປົ້າໝາຍ ແລະ ຜູ້ຮັບຜິດຊອບໂຄງການ ເຂົ້າຮ່ວມ.

ໂຄງການນີ້ ແມ່ນໂຄງການໜຶ່ງ ທີ່ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມໃນລະດັບຕົວເມືອງ ແລະ ສ້າງຄວາມທົນທານເພື່ອສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໄດ້ ໂດຍການນຳໃຊ້ປະໂຫຍດຈາກລະບົບນິເວດ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ການປ້ອງກັນ, ການປົກປັກຮັກສາ, ການຟື້ນຟູລະບົບນິເວດ ແລະ ແມ່ນ້ຳ.

ນອກນີ້ ຍັງຈະສົ່ງເສີມການມີສ່ວນຮ່ວມ ແລະ ປູກຈິດສຳນຶກດ້ານວຽກງານການປ່ຽນແປງດິນຟ້າອາກາດ ຕາມຍຸດທະສາດ ແລະ ແຜນງານຂອງແຂວງ, ເຊິ່ງໄລຍະການຈັດຕັ້ງປະຕິບັດແຕ່ນີ້ ຈົນເຖິງປີ 2025 ໂດຍໄດ້ຮັບແຫຼ່ງທຶນ ຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ ( Green Climate Fund, GCF ) ຮ່ວມກັບ ອົງການ ສປຊ ເພື່ອສິ່ງແວດລ້ອມ ( UNEP ) ໃນມູນຄ່າທັງໝົດ 10 ລ້ານໂດລາສະຫະລັດ.

ແຂວງບໍລິຄຳໄຊ ແມ່ນແຂວງໜຶ່ງໃນ 4 ແຂວງ ທີ່ໄດ້ຖືກພິຈາລະນາຮັບຮອງເອົາເປັນເຂດພື້ນທີ່ເປົ້າໝາຍໂຄງການ ໂດຍສະເພາະແມ່ນເມືອງປາກຊັນ, ໃນນັ້ນ ມີບ້ານມີໄຊ, ໂພສີ, ໂພໄຊ, ປາກຊັນເໜືອ, ປາກຊັນໃຕ້, ສີສະອາດ, ນາສົ້ມມໍ, ທ່າສີໄຄ, ໂພນສະອາດ ແລະ ບ້ານປາກປຶງ ເຊິ່ງຈະຈັດຕັ້ງປະຕິບັດປັບປຸງຄືນ ປະຕູເປີດ-ປິດນ້ຳ ແລະ ລະບົບໜອງປຶງ 800 ເຮັກຕາ.

ສຳລັບແຜນວຽກ ແມ່ນປະເມີນຄວາມສ່ຽງ ແລະ ຄວາມບອບບາງຂອງປະຊາກອນ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ທ້ອງຖິ່ນ ກ່ຽວກັບຜົນກະທົບທີ່ຈະເກີດຂຶ້ນ, ຍົກສູງຄວາມຕື່ນຕົວຂອງປະຊາຊົນໃນທ້ອງຖິ່ນ, ປະເມີດຄວາມອາດສາມາດໃນການປັບຕົວຂອງຊຸມຊົນ ແລະ ວາງຍຸດທະສາດໃນການປັບຕົວທີ່ມີຢູ່, ພັດທະນາໂຄງສ້າງ ແລະ ຈັດຕັ້ງປະຕິບັດ ມາດຕະການປັບຕົວທີ່ຕິດພັນກັບການຮັກສາລະບົບນິເວດ.

About admins16