ບໍລິຄຳໄຊ ເປີດສູນບໍລິການ SME

ພິທີເປີດສູນ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ( SME ) ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກຸມພາ 2023 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ ), ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຮອງປະທານສະພາການຄ້າ ແລະ ອຸດຫສາຫະກຳແຫ່ງຊາດ ( ສຄອຊ), ປະທານ ສຄອ ແຂວງສະຫວັນນະເຂດ, ຄຳມ່ວນ, ຫົວໜ້າພະແນກ ອຄ ແຂວງ, ປະທານສະພາການຄ້າແຂວງ, ນັກທຸລະກິດ, ຜູ້ປະກອບການພາຍໃນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄຳໄຊ ໄດ້ກ່າວວ່າ: ສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄຳໄຊ ໄດ້ເລີ່ມລົງມືກໍ່ສ້າງສູນດັ່ງກ່າວ ແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ແລະ ໄດ້ສຳເລັດໃນທ້າຍເດືອນພະຈິກ 2022 ໂດຍໃຊ້ງົບໃນການກໍ່ສ້າງທັງໝົດ ເກືອບ 200 ລ້ານກີບ ໂດຍມີຈຸດປະສົງ ເພື່ອແນໃສ່ການສົ່ງເສີມ ແລະ ພັດທະນາບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢູ່ພາຍໃນແຂວງ ໃຫ້ມີຄວາມເຕີບໃຫຍ່ຫຼາຍຂຶ້ນກວ່າເກົ່າ.

ເປັນສູນລວມໃນການໃຫ້ຄຳປຶກສາຫາລື, ການຈັດງານສຳມະນາພົບປະນັກທຸລະກິດ, ການຈັດຝຶກອົບຮົມ, ການສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງແຫຼ່ງທຶນ ແລະ ນະວັດຕະກຳໃໝ່ ເພື່ອຈະໄດ້ປັບປຸງ, ພັດທະນາສິນຄ້າ ແລະ ການບໍລິການຊ່ວຍເຫຼືອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມີການປັບແຜນທຸລະກິດ, ແຜນການເງິນຂອງຕົນ ໄປຕາມຄວາມຕ້ອງການໃໝ່ ໃນຍຸກສະໄໝຢ່າງມີປະສິດທິຜົນ ໂດຍເລັ່ງໃສ່ການເສີມສ້າງ, ເພີ່ມທະວີການຜະລິດສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ທີ່ມີຄຸນນະພາບ ສາມາດຕອບສະໜອງເຂົ້າສູ່ຕະຫຼາດພາຍໃນໄດ້ຢ່າງພຽງພໍ ສາມາດແຂ່ງຂັນໃນພູມມິພາກ ແລະ ສາກົນໄດ້.

About admins16