ບໍລິຄຳໄຊ ເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນ ໃຫ້ເລຂາພັກບ້ານ – ນາຍບ້ານ

ໃນຕອນເຊົ້າຂອງວັນທີ 25 ຕຸລາ 2022 ຢູ່ໂຮງຮຽນການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໄດ້ເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນ ໃຫ້ເລຂາພັກບ້ານ – ນາຍບ້ານ ພາຍໃນແຂວງບໍລິຄຳໄຊ ຊຸດທີ 21 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີຄະນະຮັບຜິດຊອບຊຸດອົບຮົມ ພ້ອມດ້ວຍສຳມະນາກອນທີ່ມາຈາກຮາກຖານບ້ານ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ທ່ານ ອາຈານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງ – ການປົກຄອງ ແຂວງ ບໍລິຄຳໄຊ ທັງເປັນຄະນະຮັບຜິດຊອບຊຸດອົບຮົມ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ຫຼັກສູດການຮຽນ – ການສອນ ຊຸດອົບຮົມລະບົບ 10 ວັນ ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງບໍລິຄຳໄຊ ຊຸດທີ 21 ວ່າ: ມີສຳມະນາກອນທີ່ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 5 ທ່ານ, ໃນນັ້ນ ເລຂາພັກບ້ານ 10 ທ່ານ, ຮອງເລຂາໜ່ວຍພັກບ້ານ – ຮອງນາຍບ້ານ 16 ທ່ານ, ຍິງ 1 ທ່ານ, ຜູ້ກວດກາໜ່ວຍພັກບ້ານ – ຮອງນາຍບ້ານ 17 ທ່ານ, ຍິງ 2ທ່ານ, ເປັນຄະນະພັກບ້ານ – ຮອງນາຍບ້ານ 3 ທ່ານ, ເປັນສະມາຊິກພັກສົມບູນ – ຮອງນາຍບ້ານ 1 ທ່ານ, ຕຳແໜ່ງຮອງນາຍບ້ານ 1 ທ່ານ ແລະ ເລຂາຊາວໜຸ່ມບ້ານ 1 ທ່ານ ທີ່ມາຈາກຮາກຖານບ້ານພາຍໃນ 7 ຕົວເມືອງພາຍໃນແຂວງ.

ຫຼັກສູດການຮຽນ – ການສອນ ແມ່ນໄດ້ປະຕີບັດຕາມຫຼັກສູດທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນ, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ, ໂດຍ ມີ 7 ຫົວຂໍ້ 03 ກຸ່ມວິຊາ, ມີ 18 ບົດ, ວຽກງານຊາວໜຸ່ມ 1 ບົດ, ແລະ 09 ຫົວຂໍ້ວິທະຍາສາດ ຂອງແຂວງບໍລິຄຳໄຊ, ມີວາລະແຫ່ງຊາດ 02 ຫົວຂໍ້, ມີຊົ່ວໂມງຮຽນທີ່ຄູ – ອາຈານຂຶ້ນບັນຍາຍໃນຫົວຂໍ້ຕ່າງໆ 38 ຊົ່ວໂມງ, ສົນທະນາແລກປ່ຽນກັບນັກສຳມະນາກອນ ມີ 36 ຊົ່ວໂມງ ລວມທັງໝົດ 75 ຊົ່ວໂມງ.

ທ່ານ ວັນວິໄລ ແດນພູຫຼວງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊຸດອົບຮົມ ແລະ ສຳມະນາກອນ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ຖືເອົາໂອກາດນີ້ແລກປ່ຽນຖອດຖອນບົດຮຽນຮ່ວມກັນ, ເຮັດໃຫ້ຊຸດອົບຮົມຄັ້ງນີ້ ໄດ້ຮັບຜົນສຳເລັດທາງດ້ານເນື້ອໃນ ແລະ ຄຸນນະພາບ.

About admins16