ບໍລິຄຳໄຊ ເປີດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ຮຸ່ນທີ 44

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 44 ໄດ້ໄຂຂຶ້ນໃນວັນທີ 16 ທັນວາ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມເປີດ ຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ມີຈຳນວນບຸກຄະລາກອນເຂົ້າຮ່ວມຝຶກ 50 ສະຫາຍ, ຍິງ 22 ສະຫາຍ ໃນນີ້ມີບຸກຄະລາກອນມາຈາກຂົງເຂດການເມືອງ, ຂົງເຂດເສດຖະກິດ, ລັດວິສາຫະກິດ, ອົງການຈັດຕັ້ງມະຫາຊົນ, ທະນາຄານ, ຂົງເຂດຕຸລາການ, ຂົງເຂດ ປກສ-ປກຊ ແລະ ຂົງເຂດວັດທະນະທຳ-ສັງຄົມ.

ຊຸດຝຶກອົບຮົມ ຈະໄດ້ດຳເນີນການຮຽນ-ການສອນໃນ 5 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 8 ບົດ, ເສດຖະສາດການເມືອງ 10 ບົດ ແລະ ອີກ 1 ບົດແມ່ນ ສິ່ງແວດລ້ອມ ເພື່ອການພັດທະນາ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 9 ບົດ ແລະ ກຸ່ມວິຊາກໍ່ສ້າງພັກ 5 ບົດ, ລວມມີ 41 ບົດ ແລະ ຈະມີຊົ່ວໂມງບັນຍາຍ 155 ຊົ່ວໂມງ, ສຳມະນາໜ່ວຍ, ສຳມະນາຫ້ອງ 15 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ ແລະ ສອບເສັງປາກເປົ່າ 35 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 35 ຊົ່ວໂມງ ແລະ ລົງພຶດຕິກຳຕົວຈິງ 7 ຊົ່ວໂມງ ໂດຍຈະໄດ້ໃຊ້ເວລາທັງໝົດ 247 ຊົ່ວໂມງຈຶ່ງສຳເລັດ.

ຫຼັງຈາກນັ້ນ ຍັງໄດ້ມີພິທີມອບໃບຍ້ອງຍໍ ຂອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ຈຳນວນ 3 ໃບ ໃຫ້ບຸກຄົນທີ່ໄດ້ປະກອບສ່ວນຊຸກຍູ້ໂຮງຮຽນຄື: ທ່ານ ບຸນລ້ຽງ ດວງສະເພົາທອງ ມອບໂຕະ 2 ໜ່ວຍ ມູນຄ່າ 1.000.000 ກີບ, ທ່ານ ນາງ ບົວລອຍ ປະເສີດສັງ ມອບໂຕະ-ຕັ່ງ 1 ຊຸດ 1.350.000 ກີບ ແລະ ທ່ານ ນາງ ແສງທອງ ສີຫາວົງ ມອບຕັ່ງ 5 ໜ່ວຍ ມູນຄ່າ 750.000 ກີບ, ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ.

About admins14