ບໍລິຄຳໄຊ ເປີດງານແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ຊິງຂັນຂອງທ່ານເຈົ້າແຂວງ

ພິທີເປີດງານແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຊິງຂັນຂອງທ່ານເຈົ້າແຂວງບໍລິຄຳໄຊ ເພື່ອຕ້ອນຮັບ ຊົມເຊີຍວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ໄດ້ໄຂຂຶ້ນໃນຕອນແລງ ຂອງວັນທີ 19 ມີນາ 2021 ຢູ່ສະໜາມກິລາດອກປີກໄກ່ແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ, ທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີທ່ານຮອງເຈົ້າເມືອງປາກຊັນ, ຕາງໜ້າຄະນະສະມາຄົມນັກທຸລະກິດໜຸ່ມ, ພະແນກການ, ແຂກຖືກເຊີນ, ຄູຝຶກ ແລະ ນັກກິລາສະໂມສອນ ຈາກບັນດາແຂວງ ເຂົ້າຮ່ວມ.

ທ່ານ ຄຳເພັດ ໄຊປັນຍາ ຮອງຫົວພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ລາຍການແຂ່ງຂັນມີທັງໝົດ 9 ລາຍການ ຄື: ປະເພດຄູ່ຊາຍທົ່ວໄປ, ປະເພດ ດ່ຽວເຍົາວະຊົນຊາຍ-ຍິງ ອາຍຸບໍ່ເກີນ 14 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 16 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ, ຄູ່ເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ, ປະເພດຄູ່ ສະໝັກຫຼິ້ນທົ່ວໄປ, ປະເພດດ່ຽວທົ່ວໄປ, ປະເພດຄູ່ ທົ່ວໄປ ແລະ ອາວຸໂສ ຊາຍ-ຍິງ ທົ່ວໄປ.

ມີນັກກິລາ 18 ສະໂມສອນເຂົ້າຮ່ວມ ຄື: ນະຄອນຫລວງວຽງຈັນ 7 ສະໂມສອນ, ແຂວງຄຳມ່ວນ 2 ສະໂມສອນ, ອັດຕະປື 1 ສະໂມສອນ, ຫຼວງພະບາງ 1 ສະໂມສອນ ແລະ ບໍລິຄຳໄຊ 7 ສະໂມສອນ.

ການແຂ່ງຂັນໃນຄັ້ງນີ້ ແມ່ນໄດ້ຮັບການອຸປະຖໍາຈາກບໍລິສັດເບຍລາວເປັນມູນຄ່າ 11.170.000 ກີບ ເຊິ່ງການແຂ່ງຂັນຈະໄດ້ດຳເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 19-21 ມີນາ 2021 ຈຶ່ງຈະສໍາເລັດ.

About admins16