ບໍລິຄຳໄຊ ເປີດຂະບວນການສັກຢາວັກຊີນ ປ້ອງກັນພະຍາດ COVID-19

ພິທີເປີດຂະບວນການ ສັກຢາວັກຊິນກັນພະຍາດ COVID-19 ໃຫ້ກຸ່ມທີ່ມີຄວາມສ່ຽງ ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ຢູ່ໂຮງໝໍແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີການນຳຂອງແຂວງ, ພະແນກການ, ບຸກຄະລາກອນທາງດ້ານການແພດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ກ່າວວ່າ: ວັກຊີນທີ່ນຳມາສັກໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ, ຊື່ຜະລິດຕະພັນແມ່ນ “ຊິໂນຟາມ” ສະເພາະຢູແຂວງບໍລິຄຳໄຊ ແມ່ນໄດ້ຮັບຈຳນວນ 9.400 ໂດສ໌ (ຫຼອດ) ແລະ ຄົນໜຶ່ງຕ້ອງໄດ້ຮັບ 2 ໂດສ໌ (ຫຼອດ) ເຊິ່ງປະສິດທີພາບໃນສ້າງພູມຄຸ້ມກັນພະຍາດ COVID-19 ໄດ້ຫຼາຍກວ່າ 87%.

ສຳລັບການສັກວັກຊີນໃນຄັ້ງນີ້ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາຮັບວັກຊີນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊີນ 30 ນາທີ ແລະ ອື່ນໆ, ທັ້ງນີ້ກໍ່ເພື່ອຮັບປະກັນເປົ້າໝາຍຮັບວັກຊີນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ຮັບວັກຊີນ.

ທ່ານຫົວໜ້າພະແນກສາທາ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ຄາດໝາຍຮອດທ້າຍປີ 2021 ຈະສູ້ຊົນເຮັດໃຫ້ທົ່ວແຂວງ ມີປະຊາກອນໄດ້ຮັບວັກຊີນ ກວມເອົາ 20% ຂອງປະຊາກອນທັງໝົດ.

ວັກຊີນຊິໂນຟາມ ແມ່ນໄດ້ຮັບການສັກໃນຫຼາຍປະເທດ ແລະ ມີຄວາມສ່ຽງຕ່ຳທີ່ຈະເກີດຜົນຂ້າງຄຽງ ປະມານ 2% ແລະ ເປັນຜົນຂ້າງຄຽງແບບເບົາບາງເທົ່ານັ້ນ ບໍ່ອັນຕະລາຍເຖິງຊີວິດ ເຊັ່ນ: ເຈັບຫົວ, ເຈັບບໍລິເວັນສັກ ແລະ ປວດຕາມກ້າມເນື້ອ ແຕ່ອາການເຫຼົ້ານີ້ຈະເກີດຂຶ້ນຫຼັງໄດ້ຮັບວັກຊີນ 30 ນາທີເທົ່ານັ້ນ.

About admins14