ບໍລິຄຳໄຊ ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2021-2022

ພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2021 – 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2022 ຢູ່ສະໂມສອນໂຮງຮຽນ ມ.ສ ສີທ່ານາໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການພາຍໃນແຂວງ, ຄູ – ອາຈານ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສອບເສັງ ເຂົ້າຮ່ວມ.

ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມການສອບເສັງຈົບຊັ້ນ ໃນສົກປີ 2021 – 2022 ວ່າ: ທົ່ວແຂວງມີນັກສອບເສັງຈົບຊັ້ນມັດທະຍົມສຶກສາສາຍສາມັນທັງໝົດ 6.278 ຄົນ ຍິງ 3.009 ຄົນ, ໃນນັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ແບ່ງເປັນ 21 ສູນສອບເສັງ ມີ 188 ຫ້ອງ ມີນັກສອບເສັງທັງໝົດ 3.726 ຄົນ ຍິງ 1.816 ຄົນ, ສະເລ່ຍ ຫ້ອງລະ 15 – 22 ຄົນ ມີ 6 ວິຊາສອບເສັງ ຄື: ວິຊາ ພາສາລາວ – ວັນນະຄະດີ, ຄະນິດສາດ, ວິທະຍາສາດ – ທຳມະຊາດ, ວິທະຍາສາດ – ສັງຄົມ, ສຶກສາພົນລະເມືອງ ແລະ ວິຊາພາສາອັງກິດ, ເຊິ່ງຈະໄດ້ເລີ່ມການສອບເສັງແຕ່ວັນທີ 6 – 8 ກໍລະກົດ 2022.

ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີ 11 ສູນສອບເສັງ ແບ່ງເປັນ 125 ຫ້ອງ ມີນັກສອບເສັງທັງໝົດ 2.552 ຄົນ ຍິງ 1.193 ຄົນ ສະເລ່ຍ 19-23 ຄົນຕໍ່ຫ້ອງ, ມີ 5 ວິຊາສອບເສັງ ຄື: ພາສາລາວ + ວັນນະຄະດີ, ຄະນິດສາດ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ແລະ ວິຊາ ພາສາອັງກິດ, ຈະເລີ່ມການສອບເສັງໃນວັນທີ 14 – 16 ກໍລະກົດ 2022.

ສຳລັບຊັ້ນ ມ.7 ບຳລຸງ ໃນສົກຮຽນ 2021-2022 ທົ່ວແຂວງໄດ້ຈັດຕັ້ງການຮຽນ – ການສອນນອກໂຮງຮຽນ ມີທັງໝົດ 4 ສູນ ຄື: ສູນການສຶກສານອກໂຮງຮຽນເມືອງປາກກະດິງ, ເມືອງໄຊຈຳພອນ, ເມືອງວຽງທອງ ແລະ ສູນການສຶກສານອກໂຮງຮຽນແຂວງບໍລິຄຳໄຊ, ມີຈຳນວນນັກສອບທັງໝົດ 44 ຄົນ, ຍິງ 10 ຄົນ ເຊິ່ງໄດ້ຈັດຕັ້ງສູນສອບເສັງ ຢູ່ 2 ສູນ ຄື: ສູນການສຶກສານອກໂຮງຮຽນເມືອງປາກກະດິງ ເຂົ້າຮ່ວມສອບເສັງຢູ່ສູນການສຶກສານອກໂຮງຮຽນແຂວງບໍລິຄຳໄຊ ມີນັກສອບເສັງ 24 ຄົນ, ຍິງ 10 ຄົນ, ຊາຍ 14 ຄົນ ມີ 2 ຫ້ອງສອບເສັງ, ບັນຈຸຫ້ອງລະ 12 ຄົນ ແລະ ສູນການສຶກສານອກໂຮງຮຽນເມືອງໄຊຈຳພອນ ເຂົ້າຮ່ວມສອບເສັງ ຢູ່ສູນການສຶກສານອກໂຮງຮຽນເມືອງວຽງທອງ, ມີນັກສອບທັງໝົດ 20 ຄົນ, ຍິງ 1 ຄົນ, ຈັດເປັນ 1 ຫ້ອງສອບເສັງ. ມີ 4 ວິຊາສອບເສັງຄື: ວິຊາ ພາສາລາວ-ວັນນະຄະດີ, ເຄມີສາດ, ຄະນິດສາດ ແລະ ພູມສາດ. ຈະເລີ່ມການສອບເສັງໃນວັນທີ 21 – 22 ກໍລະກົດ 2022.

About admins16