ບໍລິຄຳໄຊ – ຮ່າຕິ້ງ ລົງນາມບົດບັນທຶກໃນການຮ່ວມມືຮອບດ້ານ ຈົນເຖິງປີ 2025

ໃນຕອນເຊົ້າຂອງວັນທີ 7 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມພົບປະຂັ້ນສູງ ລະຫວ່າງ ອົງການປົກຄອງແຂວງບໍລິຄຳໄຊ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ແລະ ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ສສ ຫວຽດນາມ ນຳໂດຍທ່ານ ພົວ. ຫວໍຈ້ອງຫ້າຍ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງ ພ້ອມດ້ວຍຄະນະ.

ທັງສອງຝ່າຍໄດ້ລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງສອງແຂວງ ແຕ່ນີ້ ຫາປີ 025 ສອງແຂວງໄດ້ເອກະພາບກັນດັ່ງນີ້: ການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ ເຊິ່ງສອງຝ່າຍເຫັນດີສືບຕໍ່ຊຸກຍູ້ວຽກງານການໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ຕະຫຼອດຮອດປະຊາຊົນໃຫ້ຮັບຮູ້ເລິກເຊິ່ງກ່ຽວກັບ ມູນເຊື້ອອັນດີງາມ ແລະ ຕັ້ງໜ້າພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ – ຫວຽດນາມ, ແຂວງບໍລິຄຳໄຊ – ແຂວງຮ່າຕິ້ງ ໃຫ້ນັບມື້ໄດ້ຮັບການພັດທະນາ, ສອງຝ່າຍເຫັນດີເປັນເອກະພາບ ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນແຂວງ, ພະແນກ, ຂະແໜງການ, ກົມກອງ, ເມືອງ ແລະ ຫົວໜ່ວຍຕ່າງໆພາຍໃນແຂວງຢ່າງເປັນປົກກະຕິ, ສືບຕໍ່ມີນະໂຍບາຍບຸລິມະສິດຕໍ່ກັບພົນລະເມືອງຫວຽດນາມ ແລະ ພົນລະເມືອງລາວ ທີ່ພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ສອງແຂວງ, ສືບຕໍ່ຊ່ວຍເຫຼືອ, ປະສານສົມທົບ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນວຽກງານການສຳຫຼວດ, ຊອກຫາ, ຂຸດຄົ້ນ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ.

ສອງຝ່າຍແຈ້ງຂໍ້ມູນໃຫ້ກັນຊາບຢ່າງທັນເວລາ ກ່ຽວກັບກິດຈະການ, ໂຄງການຕ່າງໆຂອງບັນດານັກລົງທຶນຕ່າງປະເທດ ທີ່ພວມດຳເນີນກິດຈະການຢູ່ແຂວງຕົນ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການປະກອບເອກະສານບໍລິຫານຂາເຂົ້າ-ຂາອອກໃຫ້ແກ່ປະຊາຊົນ, ພາຫະນະ ແລະ ສິນຄ້າຜ່ານດ່ານຮັບປະກັນໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍສອງປະເທດ, ສືບຕໍ່ຮ່ວມມືຂົງເຂດເສດຖະກິດ – ການຄ້າ, ວິທະຍາສາດ-ເຕັກນິກ, ສາທາລະນະສຸກ, ວັດທະນະທຳ ແລະ ທ່ອງທ່ຽວ, ການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ການປັບປຸງລະບອບການບໍລິຫານ ແລະ ປະກອບເອກະສານຜ່ານດ່ານສາກົນນໍ້າພາວ-ເກົ່າແຈວ, ການຊ່ວຍເຫຼືອລ້າເພື່ອການພັດທະນາ. ພ້ອມນີ້ ຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ລະຫວ່າງສະຫະພັນແມ່ຍິງທັງສອງແຂວງ ແລະ ພະແນກແຜນການ ແລະ ການລົງທຶນແຂວງ ເຊັນກັບ ບໍລິສັດຮຸ້ນສ່ວນກຸ່ມບໍລິສັດແຮວ່ງເຊີນ.

ຈາກນັ້ນ ບໍລິສັດຮຸ້ນສ່ວນກຸ່ມບໍລິສັດແຮວ່ງເຊີນ ໄດ້ມອບຄອມພິວເຕີ ຈຳນວນ 20 ຊຸດ, ບໍລິສັດເຊື້ອໄຟ ຢາງນາມ ມອບເງິນໃຫ້ແຂວງບໍລິຄຳໄຊ ຈຳນວນ 1 ຕື້ກີບ ແລະ ມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄຳໄຊ 300 ລ້ານກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາແຂວງບໍລິຄຳໄຊ. ພ້ອມນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນສອງຂອງລັດຖະບານ ໃຫ້ທ່ານ ພົວ. ຫວໍຈ້ອງຫ້າຍ ແລະ ມອບໃບຍ້ອງຍໍໃຫ້ບັນດາກຸ່ມບໍລິສັດທີ່ໄດ້ປະກອບສ່ວນໃນຄັ້ງນີ້.

About admins16