ບໍລິຄຳໄຊ – ຮ່າຕິ້ງ ຈັດກອງປະຊຸມຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ

ກອງປະຊຸມຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2022 ຢູ່ໂຮງແຮມດອກຈຳປາ ບ້ານອານຸສອນໄຊ ເມືອງປາກຊັນ, ຝ່າຍແຂວງບໍລິຄຳໄຊ ນໍາໂດຍ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມດ້ວຍຄະນະ ແລະ ຝ່າຍແຂວງຮ່າຕິ້ງ ນໍາໂດຍ ທ່ານ ໂດຄວາວັນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ພ້ອມດ້ວຍຄະນະ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ລັງສີ ແກ້ວວິເສດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຜະລິດເຫັດ ເປັນອາຫານ, ເປັນຢາ ແລະ ການລ້ຽງກວາງ ວ່າ: ເພື່ອສືບຕໍ່ປະຕິບັດຕາມສົນທິສັນຍາວ່າດ້ວຍການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມໃນເດືອນ 12 ປີ 2008 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ບົດບັນທຶກ ຄັ້ງທີ 4 ຂອງຄະນະຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ.

ໂຄງການຜະລິດເຫັດເປັນອາຫານ, ເປັນຢາ ແລະ ການລ້ຽງກວາງ ໄດ້ຮັບການການຊ່ວຍເຫຼືອຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ້ງ, ຜ່ານມາທັງສອງພະແນກ ກໍ່ໄດ້ສ້າງບົດບັນທຶກການປະສານສົມທົບກັນຈັດຕັ້ງປະຕິບັດໂຄງການຕາມອະນຸສັນຍາ “ຮ່ວມມືຄົ້ນຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ໃນການຜະລິດເຫັດເປັນອາຫານ, ເຫັດເປັນຢາ ແລະ ລ້ຽງກວາງ ຢູ່ແຂວງບໍລິຄຳໄຊ ສປປ ລາວ”, ແລະ ຝ່າຍພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ກໍ່ໄດ້ສໍາເລັດໃນການກໍ່ສ້າງໂຮງເຮືອນຜະລິດເຫັດ ຂະໜາດ 30 x 10 m ໃນມູນຄ່າ 900,000,000 ດົ່ງ, ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ.

ຫຼັງຈາກນັ້ນ ທັງ 2 ຝ່າຍ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ການປະສານງານເຊິ່ງກັນ ແລະ ກັນ, ການຍົກສູງເຕັກນິກວິຊາການໃນດ້ານຕ່າງໆ ແລະ ວຽກງານອື່ນໆ.

ໂອກາດດັ່ງກ່າວ ທາງຄະນະແຂວງຮ່າຕິ້ງ ຍັງໄດ້ນໍາເອົາຄອມພີວເຕີ່ໂນດບຸກ ຈໍານວນ 2 ເຄື່ອງ ມາມອບໃຫ້ແຂວງບໍລິຄໍາໄຊ, ໃຫ້ກຽດມອບໂດຍ ທ່ານ ໂດຄວາວັນ ແລະ ຮັບໂດຍ ທ່ານ ລັງສີ ແກ້ວວິເສດ.

About admins14