ບໍລິຄຳໄຊ ຮັບຮອງແຜນຄຸ້ມຄອງອ່າງຮັບ ນໍ້າສາ

ກອງປະຊຸມ ຮັບຮອງແຜນຄຸ້ມຄອງອ່າງຮັບ ນໍ້າສາ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ, ເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຕາງໜ້າພະແນກການ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະນໍາຂອງເມືອງບໍລິຄັນ, ປາກຊັນ ແລະ ປາກກະດິງ ເຂົ້າຮ່ວມ.

ອ້າງຮັບນ້ຳ ນໍ້າສາ ມີຕົ້ນກໍາເນີດຈາກສາຍພູງູ ເຊິ່ງຍອດນ້ຳຢູ່ເມືອງບໍລິຄັນ ໄຫຼຜ່ານເມືອງປາກຊັນ ແລະ ປາກກະດິງ ລົງສູ່ນ້ຳຂອງ, ມີເນື້ອທີ່ທັງໝົດ 248,2 ກິໂລຕາແມັດ, ສາຍນ້ຳມີຄວາມຍາວປະມານ 39 ກິໂລແມັດ, ປະລິມານນ້ຳໄຫຼລົງສູ່ນ້ຳຂອງ ສະເລ່ຍ 4,32 ແມັດກ້ອນ/ວິນາທີ (1985-2008), ໃນເຂດພື້ນທີ່ອ່າງຮັບນ້ຳ ມີ 18 ບ້ານ, ມີປະຊາກອນ 13.867 ຄົນ.

ສຳລັບແຜນຄຸມຄອງອ່າງຮັບນ້ຳ ນ້ຳສາ 2021 – 2025 ປະກອບມີ 5 ແຜນງານ, 14 ຄາດໝາຍ ແລະ 44 ກິດຈະກຳ, ເພື່ອແ່ນໃສສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ການນໍາໃຊ້ນ້ຳ, ຟື້ນຟູນ້ຳ ແລະຊັບພະຍາກອນທຳມະຊາດນ້ຳ, ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ, ແຫ້ງແລ້ງ, ການປ່ຽນແປງດິນຟ້າອາກາດ, ຄຸ້ມຄອງທີ່ດິນປ່າໄມ້ ແລະ ສິ່ງແວດລ້ອມ.

ໃນທ້າຍຂອງພິທີ ທ່ານເຈົ້າເມືອງບໍລິຄັນ, ເມືອງປາກຊັນ ແລະ ເມືອງປາກກະດິງ ໄດ້ເຊັນຮັບຮອງແຜ່ນຄຸ້ມຄອງອ່າງຮັບນໍ້າ ນໍ້າສາ ຮ່ວມກັບຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແຂວງ ໂດຍຊ້ອງໜ້າທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ບໍລິຄໍາໄຊ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ພາກສ່ວນກ່ຽວຂ້ອງຈາກກະຊວງ, ພະແນກການ ແລະ ເມືອງ ເຂົ້າຮ່ວມເປັນສັກຂີພະຍານ.

About admins14