ບໍລິຄຳໄຊ – ອັດຕະປື ແລກປ່ຽນຖອດຖອນບົດຮຽນການແພດຮ່ວມກັນ

ກອງປະຊຸມພົບປະແລກປ່ຽນ ຖອດຖອນບົດຮຽນດ້ານວິຊາສະເພາະ ລະຫວ່າງ ໂຮງໝໍແຂວງບໍລິຄຳໄຊ ແລະ ໂຮງໝໍແຂວງອັດຕະປື ໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 8 ຕຸລາ 2020 ຢູ່ຫ້ອງປະຊຸມໂຮງໝໍແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ແລະ ຝ່າຍແຂວງອັດຕະປື ນຳໂດຍ ທ່ານ ດຣ ບຸນທະວີ ຈະເລີນຜົນ ອຳນວຍການໂຮງໝໍແຂວງອັດຕະປື ໂດຍມີບັນດາຫົວໜ້າໜ່ວຍງານຂອງ 2 ໂຮງໝໍເຂົ້າຮ່ວມ.

ເພື່ອເປັນການແລກປ່ຽນດ້ານຄວາມຮູ້ ແລະ ປະສົບການດ້ານວິຊາການ, ເປັນການຈັດຕັ້ງຜັນຂະຫຍາຍ ບັນດາແຜນງານໂຄງການຂອງກະຊວງສາທາລະນະສຸກ ກອງປະຊຸມພົບປະແລກປ່ຽນ, ຖອດຖອນບົດຮຽນຄັ້ງນີ້ ຄະນະວິຊາການຂອງໂຮງໝໍທັງ 2 ຝ່າຍ ໄດ້ຍົກເອົາບັນຫາວຽກງານທີ່ປິ່ນອ້ອມຂອງໂຮງໝໍ ມາປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນວຽກງານຄຸ້ມຄອງບໍລິຫານຫ້ອງການ, ວຽກງານຈັດຕັ້ງ-ຄຸ້ມຄອງພະນັກງານ, ວຽກງານບໍລິຫານການແພດ-ຄຸ້ມຄອງວິຊາການ, ວຽກງານບໍລິຫານພະຍາບານ, ວຽກງານຄວບຄູມການຕິດເຊື້ອໃນໂຮງໝໍ, ການປະຕິບັດວຽກງານ 5 ດີ 1 ພໍໃຈ, ວຽກງານຄຸ້ມຄອງປະກັນສຸຂະພາບ ແລະ ວຽກງານການຄຸ້ມຄອງສາງຢາ.

ສຳລັບໂຮງໝໍແຂວງບໍລິຄຳໄຊ ແມ່ນມີຈຸດເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຕັ້ງຢູ່ເທດສະບານແຂວງ ເປັນໃຈກາງຂອງໂຮງໝໍຊູມຊົນຂັ້ນເມືອງ, ມີສະຖານທີ່ກວ້າງຂວາງ, ໄດ້ຮັບການຍົກລະດັບດ້ານອາຄານໃຫຍ່ຂຶ້ນກວ່າເກົ່າ ໂດຍໄດ້ຮັບການສະໜັບສະໜູນ ຈາກປະຊາຊົນປະເທດລຸກຊຳບວກ, ມີອຸປະກອນການແພດ ແລະ ຊ່ຽວຊານຂະແໜງການຕ່າງໆຄົບຊຸດ ທຽບເທົ່າໂຮງໝໍຂັ້ນສູນກາງ, ສາມາດຕອບສະໜອງມວນຊົນທີ່ມາໃຊ້ການບໍລິການ, ບັນດາວຽກງານທີ່ປີ່ນອ້ອມ ແລະ ອື່ນໆ.

ພ້ອມນີ້ ໂຮງໝໍແຂວງອັດຕະປື ຍັງໄດ້ມອບເງິນຈຳນວນ 1.500.000 ກີບ ໃຫ້ແກ່ໂຮງໝໍແຂວງບໍລິຄຳໄຊ ແລະ ຍັງໄດ້ມອບຂອງທີ່ລະນຶກໃຫ້ກັນ ແລະ ກັນອີກດ້ວຍ.

 

About admins16