ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເພື່ອລະນຶກເຖີງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ການນຳຂອງແຂວງ ນຳພາໂດຍທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ໄປວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານທ່ານປະທານ ໄກສອນ ພົມວິຫານ, ທ່ານ ສີສົມພອນ ລໍວັນໄຊ ແລະ ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ຫຼັງຈາກນັ້ນ ຢູ່ສະໂມສອນໃຫຍ່ຂອງແຂວງ ກໍ່ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໃຫ້ກຽດປາຖະກະຖາໂດຍທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.

ໃນວັນທີ 20 ມັງກອນ 1949 ຢູ່ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ, ການກຳເນີດຂອງກອງທັບລາວອິດສະຫຼະ ແມ່ນມີຄວາມໝາຍສຳຄັນອັນໃຫຍ່ຫຼວງໃນໜ້າປະຫວັດສາດລາວ, ນັບແຕ່ມື້ສ້າງຕັ້ງກຳລັງປະກອບອາວຸດ ພວກເຮົາໄດ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ສູ້ຮົບຢ່າງພິລາດອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ມີການຂະຫຍາຍຕົວ ແລະ ເຂັ້ມແຂງ. ໃນໄລຍະຕໍ່ສູ້ປົດປ່ອຍຊາດ ໄດ້ຜະເຊີນໜ້າກັບສັດຕູຜູ້ຮຸກຮານທີ່ເຂັ້ມແຂງ ແລະ ຮ້າຍກາດ ແຕ່ກອງທັບເຮົາກໍ່ເດັດດ່ຽວອາດຫານສູ້ຮົບ, ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປະກາດສ້າງຕັ້ງເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າງາມໃນ ວັນທີ 2 ທັນວາ ປີ 1975.

ຕະຫຼອດ 74 ປີ ແຫ່ງການຕໍ່ສູ້ ແລະ ປັກປັກຮັກສາເຂດນ້ຳແດນດິນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນານພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງ, ໄດ້ສ້າງຜົນງານອັນດີເດັ່ນ, ວິລະກຳອັນລໍ້າເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ ແລະ ກາຍເປັນມູນເຊື້ອອັນດີງາມ ໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດຮຸ່ນຕໍ່ຮຸ່ນ ສົມແລ້ວທີ່ເປັນກອງທັບວິລະຊົນ ເຊິ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດວ່າ: ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ.

ໂອກາດດັ່ງກ່າວ ທ່ານປະທານສະພາປະຊາຊົນແຂວງ ຕາງໜ້າໃຫ້ແກ່ອົງການປົກຄອງແຂວງ ຍັງໄດ້ມອບກະຕ່າດອກໄມ້ອວຍພອນໃຫ້ແກ່ກອງບັນຊາການທະຫານແຂວງ ຕາງໜ້າຮັບໂດຍທ່ານ ພົຈວ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງບໍລິຄຳໄຊ.

About admins16