ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2022 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ໃນງານເທດສະການອາຫານ, ວາງສະແດງສີນຄ້າ ແລະ ປະກວດອາຫານເອກະລັກຂອງແຂວງບໍລິຄຳໄຊ ຢູ່ສວນສາທາລະນະທ່ານ ສີສົມພອນ ລໍວັນໄຊ, ໃຫ້ກຽດປາຖະກະຖາໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີການນຳຂອງແຂວງ, ສະມາຊິກແມ່ຍິງຮາກຖານ, ໜ່ວຍ, ແລະ ສະມາຊິກແມ່ຍິງຈາກບັນດາລັດວິສາຫະກິດພາຍໃນແຂວງ ເຂົ້າຮ່ວມ.

ໂດຍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານແມ່ຍິງ, ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ. ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຊິ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ເປັນຕົ້ນແມ່ນ ການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານ ທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະຫະພັນແມ່ຍິງລາວ ຍັງໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ – ລັດຖະບານ ແຕ່ລະໄລຍະ.

ໃນພິທີດັ່ງກ່າວ ຍັງມີກິດຈະກຳບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເຊິ່ງມີຜູ້ໝັກໃຈມາບໍລິຈາກເລືອດ ໄດ້ທັງໝົດ 26 ຖົງ ຍິງ 16.

About admins16