ບໍລິຄຳໄຊ ຫວນຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ວັນສ້າງຕັ້ງກາແດງ ແລະ ຊິກວົງເດືອນແດງສາກົນ

ພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ( 14 ເມສາ 1955 – 14 ເມສາ 2022 ), ວັນສ້າງຕັ້ງກາແດງ ແລະ ຊີກວົງເດືອນແດງສາກົນ ( 8 ພຶດສະພາ 1863 – 8 ພຶດສະພາ 2022 ) ຄົບຮອບ 159 ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດປາຖະກະຖາ ໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນໍາຂອງແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຮາກຖານຊາວໜຸ່ມອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ທ່ານເຈົ້າແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າ ຫຼາຍຮ້ອຍປີແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ຊາວໜຸ່ມຈໍານວນບໍ່ໜ້ອຍ ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນ, ຜ່ານຂະບວນການດັ່ງກ່າວນັ້ນ ໄດ້ມີບັນພະບູລຸດທີ່ມີຊື່ສຽງ ເຊັ່ນ: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊເສດຖາທິລາດ, ເຈົ້າອານຸວົງ, ປະທານໄກສອນ ພົມວິຫານ ແລະ ທ່ານອືື່ນໆ ໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ ໄດ້ນໍາພາປະເທດຊາດ ຜ່ານພາຍຸລົມແດງ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ຮັກສາດິນແດນໄວ້ໄດ້ຢ່າງໝັ້ນຄົງ, ມີນໍ້າໃຈຮັກເຊື້ອແພງຊາດບໍ່ຍອມຈໍານົນສັດຕູ, ນໍ້າໃຈເສຍສະຫຼະເລືອດເນື້ອເພື່ອຊາດ, ຍ້ອນໄດ້ຖືກອົບຮົມບົ່ມສອນມາແຕ່ຕອນຍັງໝຸ່ມ, ທັງໝົດນັ້ນ ແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເຮັດສໍາເລັດພາລະກໍາປະຫວັດສາດຊາດຂອງຕົນ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຍ້ອນເຫັນໄດ້ບົດບາດ, ໜ້າທີ່ ແລະ ຄວາມຈົ່ງຮັກພັກດີຂອງຊາວໜຸ່ມ ຕໍ່ພັກ, ຕໍ່ປະເທດຊາດ , ພັກປະຊາຊົນປະຕິວັດລາວ ຈື່ງຖືເອົາ ວັນທີ 14 ເມສາ 1955 ເປັນວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນວັນສຳຄັນຍິ່ງໃຫຍ່ແຫ່ງການເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ່ນກ່ອນ.

ເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ກວ້າງຂວາງສູງສົ່ງ ແລະ ໜັກແໜ້ນເຂັ້ມແຂງຂື້ນ, ສືບຕໍ່ສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຂອງພັກ-ຂອງຊາດ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ຊາວໜຸ່ມຈົ່ງນຳໜ້າ, ປະຈັນບານ ເຂົ້າໃນໜ້າທີ່ວຽກງານໃຫ້ສົມກັບ ທ່ານ ປະທານໄກສອນ ພົມວິຫານ ຂະໜານນາມໄວ້ວ່າ: “ ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝພວກເຮົາ ”.

ນອກນັ້ນ ຍັງໄດ້ຍົກໃຫ້ເຫັນ ຜົນງານການເຄື່ອນໄຫວຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ທີ່ໄດ້ສຸມທຸກສະຕິເຫື່ອແຮງເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ວຽກງານຊາວໜຸ່ມ, ວຽກງານຂະບວນການ ແລະ ການຊ່ວຍເຫຼືອສັງຄົມ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການຫວນຄືນມູນເຊື້ອ ວັນທີ 8 ພຶດສະພາ ເຊີ່ງເປັນວັນສ້າງຕັ້ງກາແດງ ແລະ ວັນຊິກວົງເດືອນແດງສາກົນ, ປີນີ້ຄົບຮອບ 159 ປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອິກຄັ້ງໜຶ່ງ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານ ຂອງຂະບວນການກາແດງ ແລະ ຊິກວົງເດືອນແດງສາກົນ ທີ່ໄດ້ອຸທິດຕົນໃຫ້ການສະໜັບສະໜູນຊ່ວຍເຫຼືອມວນມະນຸດໃນໂລກ.

ໃນພິທີ ຍັງໄດ້ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງມີສະມາຊິກຊາວໜຸ່ມສະໝັກໃຈຮ່ວມບໍລິຈາກເລືອດ ທັງໝົດ 53 ສະຫາຍ, ຍິງ 22 ສະຫາຍ. ພ້ອມດຽວກັນນີ້ຄະນະບໍລິຫານງານຊາວໜູມແຂວງ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ້ຜູ້ມີຜົນງານໃນການຊ່ວຍເຫຼືອເຂົ້າໃນວຽກງານກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້.

About admins14