ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງ ອົງການກວດກາພັກ – ລັດ ສປປ ລາວ ຄົບຮອບ 40 ປີ

ພິທີປາຖະກະຖາລະນຶກວັນສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 40 ປີ ( 16 ກຸມພາ 1982 – 16 ກຸມພາ 2022 ) ໄດ້ຈັດຂຶ້ນໃນວັນທີ 03 ມີນາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ຄະນະກວດກາພັກ-ລັດແຕ່ລະຂັ້ນ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ປອ ສຸວັນນີ ໄຊຊະນະ ໄດ້ຍົກໃຫ້ເຫັນວ່າ: ວຽກງານກວດກາພັກ – ລັດ ແມ່ນວຽກງານໜຶ່ງ ໃນພາລະບົດບາດນຳພາຄຸ້ມຄອງການຈັດຕັ້ງ, ຢາກນຳພາ – ຄຸ້ມຄອງໄດ້ດີ ແລະ ໄປຕາມຈຸດປະສົງທີ່ກຳນົດໄວ້ ຕ້ອງມີການຕິດຕາມ-ກວດກາ, ພັກເຮົາກໍ່ເຫັນໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ວຽກງານກວດກາເປັນພິເສດ ໄດ້ກຳນົດທັດສະນະຢ່າງຈະແຈ້ງວ່າ “ ມີການນຳພາຕ້ອງມີການກວດກາ ”.

ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປີ 1972 ໄດ້ກຳນົດວຽກງານກວດກາ ແລະ ການຈັ້ດຕັ້ງຄະນະກວດກາພັກໃນກົດລະບຽບພັກ ເຊິ່ງລະບຸວ່າ: “ກອງປະຊຸມຄະນະບໍລິຫານງານສູນກາງ, ແຂວງ, ຂັ້ນເມືອງ ແລະ ຂັ້ນພື້ນຖານ ຕ້ອງເລືອກເອົາກຳມະການພັກຈຳນວນໜຶ່ງ ມາຈັດຕັ້ງເປັນຄະນະຮັບຜິດຊອບວຽກງານກວດກາ ແລະ ຕິດຕາມການປະຕິບັດວິໄນຕໍ່ສະມາຊິກພັກ.

ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ວຽກງານກວດກາພັກ ໄດ້ສືບຕໍ່ປັບປຸງ, ມີການຈັ້ດຕັ້ງ ແລະ ເຄື່ອນໄຫວ ມີລັກສະນະເອກະລາດຈະແຈ້ງກວ່າເກົ່າ, ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ 8 ສະໄໝທີ II ປີ 1980 ຈຶ່ງໄດ້ກຳນົດວ່າ ຕ້ອງຈັດຕັ້ງຄະນະກວດກາຂຶ້ນ ແລະ ໄດ້ອອກດຳລັດເລກທີ 02, ລົງວັນທີ 16 ກຸມພາ 1982 ໄດ້ກຳນົດໃຫ້ສ້າງຕັ້ງຄະນະກວດກາພັກ – ລັດ ຊຶ່ງເປັນກົງຈັກເອກະລາດ ແລະ ເຄື່ອນໄຫວຕາມຂໍ້ກຳນົດເລກທີ 04, ລົງວັນທີ 16 ກຸມພາ 1982 ວ່າດ້ວຍຄະນະກຳມະການກວດກາພັກ – ລັດ ຂອງສູນການພັກປະຊາຊົນປະຕິວັດລາວ.

ນັບແຕ່ໄດ້ຮັບການສ້າງຕັ້ງ ກົງຈັກການຈັດຕັ້ງ ຄະນະກຳມະການກວດກາ ໄດ້ເຄື່ອນໄຫວຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຢ່າງຮອບດ້ານ.

ທ່ານຍັງກ່າວຕື່ມອີກວ່າ: ສຳລັບຢູ່ແຂວງບໍລິຄຳໄຊ ມາຮອດປະຈຸບັນໄດ້ມີການປະຕິບັດວິໄນ ຕໍ່ການຈັດຕັ້ງພັກທັງໝົດ 7 ໜ່ວຍພັກ, ໃນນີ້ ຂັ້ນຕິຕຽນ 1 ໜ່ວຍ, ກ່າວເຕືອນ 5 ໜ່ວຍ ຍຸບການຈັດຕັ້ງພັກ 1 ໜ່ວຍ ແລະ ປະຕິບັດວິໄນຕໍ່ສະມາຊິກພັກທັງໝົດ 566 ສະຫາຍ, ໃນນີ້ ຂັ້ນ ຕິຕຽນ 35 ສະຫາຍ, ກ່າວເຕືອນ 158 ສະຫາຍ, ປົດຕຳແໜ່ງ 38 ສະຫາຍ, ໂຈະຮ່ວມຊີວິດພັກ 77 ສະຫາຍ ແລະ ເອົາອອກຈາກພັກ 258 ສະຫາຍ, ເຊີ່ງເຫດຜົນທີ່ຖືກປະຕິບັດວິໄນ ແມ່ນຍ້ອນຂາດຮ່ວມຊີວິດພັກ 96 ສະຫາຍ, ປະລະໜ້າທີ່ 53 ສະຫາຍ, ສວຍໃຊ້ໜ້າທີ່ຕຳແໜ່ງ 210 ສະຫາຍ ແລະ ອື່ນໆ 207 ສະຫາຍ.

ນັບແຕ່ປີ 2006 ເປັນຕົ້ນມາ ໄດ້ກວດກາພົບເຫັນພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ຈຳນວນ 28 ກໍລະນີ, ມີມູນຄ່າການເສຍຫາຍທັງໝົດ 33.800 ໂດລາ, 223.400 ບາດ ແລະ 16.852.016.097 ກີບ, ປະຈຸບັນເກັບກູ້ຄືນໄດ້ແລ້ວ 6.600 ໂດລາ, 104.000 ບາດ ແລະ 2.887.031.119 ກີບ.

ໃນປີ 2021 ໄດ້ດຳເນີນການແຈ້ງຊັບຕາມກໍລະນີຕ່າງໆ, ເຊີ່ງມີຜູ້ແຈ້ງຊັບສິນທັງໝົດ 1.060 ທ່ານ, ຍີງ 279 ທ່ານ, ຄະນະກວດກາພັກແຂວງ ແລະ ເມືອງ ໄດ້ຮັບຄຳຮ້ອງ – ຄຳສະເໜີທັງໝົດ 432 ເລື່ອງ, ໃນນີ້ ໄດ້ແກ້ໄຂຕາມພາລະບົດບາດ 394 ເລື່ອງ, ສົ່ງໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງແກ້ໄຂ 27 ເລື່ອງ ແລະ ສືບຕໍ່ຄົ້ນຄວ້າແກ້ໄຂ 11 ເລື່ອງ. ຄຳຮ້ອງ-ຄຳສະເໜີທີ່ພົ້ນເດັ່ນ ແມ່ນບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ບັນຫາຄວາມບໍ່ພໍໃຈຕໍ່ຄຳຕັດສິນຂອງສານ.

About admins16