ບໍລິຄຳໄຊ ສໍາເລັດຊຸດຝຶກອົບຮົມ ການຄຸ້ມຄອງ ວຽກງານສິ່ງແວດລ້ອມ

ສໍາເລັດ ຊຸດຝຶກອົບຮົມ ການຄຸ້ມຄອງ ວຽກງານສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຢູ່ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ ແລະ ໄດ້ປິດລົງໃນວັນທີ 7 ກໍລະກົດ 2022 ຢູ່ຫ້ອງວ່າການເມືອງທ່າພະບາດ ເປັນປະທານໂດຍ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ ມີວິທະຍາກອນ ແລະ ນັກສໍາມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຫ້ອງການ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ໃນຊຸດຝຶກອົບຮົມໄດ້ຮຽນຮູ້ 7 ເນື້ອໃນເອກະສານ ຄື: ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ( ສະບັບປັບປຸງ) ເລກທີ 29/ສພຊ ລົງວັນທີ 18 ທັນວາ 2012, ດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 21/ລບ, ລົງວັນທີ 31 ມັງກອນ 2018, ດໍາລັດ ວ່າດ້ວຍການທົດແທນວ່າດ້ວຍການເສຍຫາຍ ແລະ ການຈັດສັນ ຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ສະບັບເລກທີ 48/ລບ. ລົງວັນທີ 5 ເມສາ 2016, ຂໍ້ຕົກລົງ ວ່າດ້ວຍການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຂອງຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ ກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 2319/ກຊສ, ລົງວັນທີ 26 ພຶດສະພາ 2021, ຄູ່ມືແນະນໍາ ກ່ຽວກັບການກວດກາວິຊາການດ້ານສິ່ງແວດລ້ອມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ໂຄງການໄຟຟ້າ, ພະລັງງານນໍ້າ, ໂຄງການກໍ່ສ້າງເສັ້ນທາງ, ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ໂຄງການກະສິກໍາການປູກໄມ້ ແລະ ປູກພືດ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວສະບັບເລກທີ 1174/ກຊສ, ລົງວັນທີ 29 ມີນາ 2022, ພ້ອມນັນຜູ້ເຂົ້າຮ່ວມຊຸດຝຶກອົບຮົມ ຍັງໄດ້ລົງຢ້ຽມຢາມກວດກາເບິ່ງ ໂຮງງານຢາງພາລາໂພນສັນຂອງບໍລິສັດດຶກຮ້ຽນ.

ໃນຕອນທ້າຍຍັງໄດ້ມີພິທີມອບໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ຈໍານວນ 45 ທ່ານ, ຍິງ 8 ທ່ານ, ໃຫ້ກຽດມອບໂດຍ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ.

About admins14