ບໍລິຄຳໄຊ ສ້າງຄວາມເຂັ້ມແຂງໃນການໂຕ້ຕອບພະຍາດໂຄວິດ – 19

ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ຄວາມເປັນເຈົ້າການຂອງຊຸມຊົນໃນການຕອບໂຕ້ພະຍາດໂຄວິດ – 19 ແລະ ສິ່ງທ້າທາຍໃນວຽກຮັກສາສຸຂະພາບຂັ້ນຕົ້ນ ໃນຮູບແບບຄອນເນັກ ( Connect ໂມດຸນ 1 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2022 ຢູ່ໂຮງແຮມດອກຈຳປາ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເປັນປະທານໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າຫ້ອງການຈາກກະຊວງພາຍໃນ, ກະຊວງສາທາລະນະສຸກ, ກົມອະນາໄມໂລກ, ພະແນກພາຍໃນແຂວງ, ສາທາແຂວງ, ເມືອງ 7 ຕົວເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ( ຂັ້ນແຂວງ, ເມືອງ ແລະ ບ້ານ) ໃຫ້ມີຄວາມສາມາດ, ເປັນເຈົ້າການ ໃນການໂຕ້ຕອບພະຍາດໂຄວິດ – 19, ແກ້ໄຂສິ່ງທ້າທາຍໃນວຽກງານ ຮັກສາສຸຂະພາບຂັ້ນຕົ້ນ, ລັດຖະບານໄດ້ມີແຜນງານຄອນເນັກ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກອົງການອະນາໄມໂລກ.

ຄອນເນັກ ແມ່ນວຽກການຮ່ວມມືຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ຂະແໜງພາຍໃນ ແລະ ຂະແໜງສາທາລະນະສຸກ ໂດຍການສະໜັບສະໜູນທາງດ້ານວິຊາການຈາກອົງການອະນາໄມໂລກ, ຄອນເນັກ ແມ່ນຂະບວນການຮຽນຮູ້ຮ່ວມກັນກ່ຽວກັບ “ແນວຄວາມຄິດ (concept), ວິທີການ (approach) ເຄື່ອງມື (tools) ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ເລືອກເອົາບົດຮຽນທີ່ເໝາະສົມ ໄປນຳໃຊ້ເຂົ້າໃນວຽກປົກກະຕິຂອງຕົນເອງ, ຄອນເນັກປະກອບມີ 3 ໂມດຸນ ຄື: ກອງປະຊຸມການສ້າງຄວາມເຂັ້ມແຂງຂອງອົງການປົກຄອງທ້ອງຖິ່ນ, ວິທີສ້າງການມີສ່ວນຮ່ວມ ແລະ ສິດເປັນເຈົ້າການຂອງຊຸມຊົນ ໃນການໂຕ້ຕອບພະຍາດໂຄວິດ – 19, ໂມດູນ ຝຶກອົບຮົມກ່ຽວກັບການວາງແຜນແບບມີສ່ວນຮ່ວມ ແລະ ສ້າງຄວາມເປັນເຈົ້າການຂອງຊຸມຊົນ ໃນການໂຕ້ຕອບພະຍາດໂຄວິດ – 19 ແລະ ໂມດູນ ການຝຶກອົບຮົມໃຫ້ພະນັກງານໂຮງໝໍນ້ອຍ ກ່ຽວກັບການບໍລິການທີ່ຈຳເປັນສຳລັບສຸຂະພາບແມ່ ແລະ ເດັກ.

ກອງປະຊຸມໃນຄັ້ງນີ້ ຈະໄດ້ນຳສະເໜີການລະບາດຂອງພະຍາດໂຄວິດ – 19 ແລະ ອັດຕາການສັກວັກຊີນປ້ອງກັນໂຄວິດ – 19, ການເກີດມີແພດຊ່ວຍ, ວຽກງານຄາດໝາຍສູ້ຊົນ ແລະ ຄວາມສຳຄັນ, ແນະນຳຮ່າງຂໍ້ຕົກລົງຮ່ວມກັນ ເພື່ອບັນລຸຄາດໝາຍໃນປີ 2022, ບົດບາດຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນສາທາລະນະສຸກ, ສະຫຼຸບສັງລວມດ້ານດີ ຫຼື ທ່າແຮງຂອງເມືອງ, ການວິເຄາະບັນຫາ ເພື່ອຄົ້ນຄວ້າສາເຫດດ້ານເລິກ ທີ່ເຮັດໃຫ້ກຸ່ມເປົ້າໝາຍບໍ່ໄດ້ຮັບວັກຊີນກັນໂຄວິດ – 19, ສະເໜີແຜນຈັດຕັ້ງປະຕິບັດຂອງແຕ່ລະເມືອງ ແລະ ແຜນຕິດຕາມຊຸກຍູ້ຂອງແຂວງ.

About admins16