ບໍລິຄຳໄຊ ສຸມໃສ່ຮັບປະກັນໃຫ້ມີສະບຽງບໍລິໂພກຢ່າງພຽງພໍ ໃນປີ 2023

ເພື່ອຄໍ້າປະກັນໃຫ້ມີສະບຽງບໍລິໂພກຢ່າງພຽງພໍ ມີການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າໄປພ້ອມໆກັນນັ້ນ ທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 9 ສະໄໝ ທີ VII ໃນວັນທີ 24 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໄປຄຽງຄູ່ກັບການຜະລິດສະບຽງອາຫານເພື່ອຄໍ້າປະກັນໃຫ້ມີສະບຽງບໍລິໂພກຢ່າງພຽງພໍນັ້ນ ກໍ່ໄດ້ມີການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າໄປພ້ອມໆກັນ ເຊິ່ງສະແດງອອກໃນ 9 ເດືອນປີ 2022 ນີ້: ການຜະລິດເຂົ້າເປັນສິນຄ້າ ເນື້ອທີ່ 12.901 ເຮັກຕາ, ການຜະລິດພືດເປັນສິນຄ້າມີເນື້ອທີ່ທັງໝົດ 30.837 ເຮັກຕາ ຄາດຄະເນຜົນຜະລິດ 462.855 ໂຕນ ຄິດເປັນມູນຄ່າ 769.422.500.000 ກີບ ເຊີ່ງໃນນັ້ນ ພົ້ນເດັ່ນກວ່າໝູ່ແມ່ນ ການຜະລິດມັນຕົ້ນ ເນື້ອທີ່ 22.171 ເຮັກຕາ, ການຜະລິດພືດຜັກສະອາດເນື້ອທີ່ 6.017 ເຮັກຕາ, ສາລີອາຫານສັດ 551 ເຮັກຕາ, ຢາສູບ 217 ເຮັກຕາ, ໝາກນັດ 777 ເຮັກຕາ, ນອກນັ້ນ ຍັງມີໂຄງການຜະລິດກະສິກຳເປັນສິນຄ້າ ທີ່ປະຕິບັດຢູ່ 03 ເມືອງເປົ້າໝາຍ ຄື: ເມືອງປາກຊັນ, ເມືອງທ່າພະບາດ ແລະ ເມືອງບໍລິຄັນ ຊຶ່ງໄດ້ຈັດຕັ້ງກຸ່ມຜະລິດເຂົ້າເປັນສິນຄ້າ 22 ກຸມ ແລະ ກຸ່ມຜະລິດພືດຜັກເປັນສິນຄ້າ 13 ກຸ່ມ.

ການລ້ຽງສັດເປັນສິນຄ້າ ສາມາດຈັດຕັ້ງປະຕິບັດໄດ້ດັ່ງນີ້: ງົວ ໄດ້ທັງໝົດ 16.425 ໂຕ, ຄວາຍ 5.611 ໂຕ, ໝູ 43,625 ໂຕ, ແບ້ 7.399 ໂຕ, ສັດປີກ 1.847.362 ກິໂລ, ໄຂ່ 998.521 ກິໂລ, ປາທຳມະຊາດ 2.894.110 ກິໂລ, ປາລ້ຽງ 2.403.744 ກິໂລ ແລະ ອື່ນໆ ໄດ້ທັງໝົດ 280.242 ກິໂລ ລວມມູນຄ່າສິນຄ້າດ້ານການລ້ຽງສັດ ແລະ ປາ ທັງໝົດປະມານ 549,07 ຕື້ກີບ.

ການປູກພືດລະດູຝົນປີ 2022 ນາປີ 2022 ເນື້ອທີ່ແຜນການ 37.179 ເຮັກຕາ, ຜະລິດຕະພາບ 3,87 ໂຕນ/ເຮັກຕາ, ຜົນຜະລິດ 143.719 ໂຕນ ປະຕິບັດໄດ້ແລ້ວ 36.902 ເຮັກຕາ ເທົ່າກັບ 99,25%, ຄາດຄະເນ ຜະລິດຕະພາບ 3,60 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 132.976 ໂຕນ, ເຂົ້າໄຮ່ ເນື້ອທີ່ແຜນການ 1.505 ເຮັກຕາ, ຜະລິດຕະພາບ 1,65 ໂຕນ/ເຮັກຕາ, ຜົນຜະລິດ 2.479 ໂຕນ ປະຕິບັດໄດ້ແລ້ວ 1.782 ເຮັກຕາ, ເທົ່າກັບ 118,41%, ຄາດຄະເນຜະລິດຕະພາບ 1,40 ຕ/ຮຕ, ຄາດຄະເນຜົນຜະລິດ 2,495 ໂຕນ, ການປູກພືດລະດູຝົນ ເນື້ອທີ່ແຜນການ 17.100 ເຮັກຕາ, ຜະລິດຕະພາບ 14,10 ໂຕນ/ເຮັກຕາ, ຜົນຜະລິດ 240.525 ໂຕນ. ປະຕິບັດໄດ້ 25.251 ເຮັກຕາ, ເທົ່າກັບ 147,67%, ເສຍຫາຍ 40 ເຮັກຕາ, ຄາດຄະເນເນື້ອທີ່ເກັບກ່ຽວ 25.211 ເຮັກຕາ, ຄາດຄະເນຜົນຜະລິດ 422.310 ໂຕນ.

ສຳລັບການກະກຽມແຜນການຜະລິດລະດູແລ້ງສົກປີ 2022 – 2023 ການເຮັດນາແຊງ ໃນເນື້ອທີ່ແຜນການ 1.891 ເຮັກຕາ, ຜະລິດຕະພາບ 4,81 ໂຕນ/ເຮັກຕາ, ຜົນຜະລິດ 9.098 ໂຕນ, ການຜະລິດພືດລະດູແລ້ງສົກປີ ເນື້ອທີ່ແຜນການ 11.536 ເຮັກຕາ, ຜະລິດຕະພາບ 7,90 ໂຕນ/ເຮັກຕາ, ຜົນຜະລິດ 91.475 ໂຕນ ລາຍລະອຽດພືດມີດັ່ງນີ້: ພືດສະບຽງອາຫານ ເນື້ອທີ່ແຜນການ 4.271 ເຮັກຕາ, ຜົນຜະລິດ 35.526 ໂຕນ, ໃນນັ້ນ ມີ (ເນື້ອທີ່ສາລີຫວານ 417 ເຮັກຕາ, ຜົນຜະລິດ 2.176 ໂຕນ, ເຜືອກມັນ 659 ເຮັກຕາ, ຜົນຜະລິດ 7.587 ໂຕນ, ໄມ້ໃຫ້ໝາກ 15 ເຮັກຕາ, ຜົນຜະລິດ 195 ໂຕນ ແລະ ພືດສະບຽງຕ່າງໆ 3.180 ເຮັກຕາ, ຜົນຜະລິດ 25.568 ໂຕນ).

ພືດສິນຄ້າ ເນື້ອທີ່ແຜນການ 7.265 ເຮັກຕາ, ຜົນຜະລິດ 55.949 ໂຕນ, ໃນນັ້ນມີ (ເນື້ອທີ່ປູກຜັກສະອາດ 4.452 ເຮັກຕາ, ຜົນຜະລິດ 25,065 ໂຕນ, ສາລີອາຫານສັດ 524 ເຮັກຕາ, ຜົນຜະລິດ 3.144 ໂຕນ, ອ້ອຍ 267 ເຮັກຕາ, ຜົນຜະລິດ 7.854 ໂຕນ, ຢາສູບ 665 ເຮັກຕາ, ຜົນຜະລິດ 1.005 ໂຕນ, ກ້ວຍ 430 ເຮັກຕາ, ຜົນຜະລິດ 5.182 ໂຕນ, ໝາກນັດ 706 ເຮັກຕາ, ຜົນຜະລິດ 11.064 ໂຕນ ແລະ ໝາກຫຸ່ງ 221 ເຮັກຕາ, ຜົນ ຜະລິດ 2.835 ໂຕນ).

 

About admins16