ບໍລິຄຳໄຊ ສຸມໃສ່ວາງແຜນການຄຸ້ມຄອງທີ່ດິນປ່າສະຫງວນແຫ່ງຊາດນ້ຳກະດິງ

ເພື່ອປະເມີນຜົນສະພາບການນຳໃຊ້ທີ່ດິ່ນ-ປ່າໄມ້ ແລະ ການວາງແຜນຄຸ້ມຄອງ ກອງປະຊຸມປຶກສາຫາລືການວາງແຜນການຄຸ້ມຄອງ ທີ່ດິນປ່າສະຫງວນແຫ່ງຊາດນ້ຳກະດິງ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີອົງການອະນຸລັກສັດປ່າ, ພະແນກການ, ເມືອງ, ຂະແໜງການ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນການປະເມີນ ສະພາບການນຳໃຊ້ທີ່ດິ່ນ-ປ່າໄມ້ ແລະ ຜົນການເກັບກຳຂໍ້ມູນເສດຖະກິດ-ສັງຄົມ ຂອງ 13 ບ້ານເປົ້າໝາຍໂຄງການ ຢູ່ເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ເຫັນວ່າໄລຍະຜ່ານມາ ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີການສຶກສາຂໍ້ມູນເບື້ອງຕົ້ນ ການນຳໃຊທີ່ດິນ-ປ່າໄມ້, ຈັດກອງປະຊຸມປຶກສາຫາລື ແລະ ປະເມີນຜົນ ໜ້າວຽກສຳຄັນຕ່າງໆ ເຫັນວ່າ ໃນ 13 ບ້ານ ມີທັງໝົດ 2.851 ຄອບຄົວ, 15.134 ຄົນ, ຍິງ 7.411 ຄົນ ແລະ ມີຄອບຄົວທຸກຍາກ 77 ຄອບຄົວ.

ຜ່ານການປະເມີນຜົນຂອງຄະນະຮັບຜິດຊອບ ຍັງໄດ້ພົບຫຼາຍບັນຫາທີ່ຕ້ອງໄດ້ເລັ່ງປັບປຸງແກ້ໄຂ ເປັນຕົ້ນແມ່ນແຜນການຈັດສັນການຄຸ້ມຄອງນ້ຳໃຊ້ທີ່ດິນ-ປ່າໄມ້ ຂອງບ້ານ ບໍ່ທັນລະອຽດ ແລະ ຂາດການຕິດຕາມ, ການນຳໃຊ້ດິນຂອງແຕ່ລະບ້ານ ປະມານ 60% ແມ່ນບໍ່ໄດ້ເສຍພາສີທີ່ດິນ, ເນື້ອທີ່ປ່າສະຫງວນແຫ່ງຊາດ ຫຼາຍກວ່າ 6.500 ເຮັກຕາ ໃຊ້ຖືກບຸກລຸກນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດ, ການອອກເອກະສານນຳໃຊ້ທີ່ດິນ ບາງຕອນແມ່ນມີການຊັບຊ້ອນ ແລະ ອື່ນໆ

ຫຼັງຈາກນັ້ນ ຜູແທນກອງປະຊຸມ ກໍ່ຍັງໄດ້ມີການສະເໜີ, ແລກປ່ຽນຄວາມຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນການເພີ່ມທະວີການເກັບກຳຂໍ້ມູນການນຳໃຊ້ທີ່ດິນ-ປ່າໄມ້ ບ້ານໃຫ້ລະອຽດ, ການພັດທະນາອາຊີບຂອງປະຊາຊົນ, ການຈັດສັນພື້ນທີ່ທຳການຜະລິດທີ່ເໝາະສົມ ແລະ ວຽກງານອື່ນໆ ທັງນີ້ ກໍ່ເພື່ອນຳໄປປັບປຸງແກ້ໄຂບັນດາວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນສູງສຸດ.

ປ່າສະຫງວນນ້ຳກະດິງ ກວມເອົາແຂວງບໍລິຄຳໄຊ ມີ 4 ເມືອງ ກວມເອົາເນື້ອທີ່ 163.525 ເຮັກຕາ, ແຂວງຄຳມ່ວນ 1 ເມືອງ ກວມເອົາ 5.475 ເຮັກຕ່າ, ລວມເນື້ອທີ່ທັງໝົດ 169.000 ເຮັກຕ່າ, ສັດປ່າຊະນິດທີ່ສຳຄັນມີ ເສືອ, ຊ້າງ, ທະນີ, ຂ່າງ, ນົກກົກຄຳ ແລະ ອື່ນໆ. ການຄຸ້ມຄອງທີ່ດິນປ່າສະຫງວນ ກຳນົດເປັນ 2 ເຂດ ຄື: ເຂດຫວງຫ້າມເດັດຂາດ ກວມເອົາ 67% ແລະ ເຂດຄຸ້ມຄອງການນຳໃຊ້ 33%.

About admins14