ບໍລິຄຳໄຊ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ໂຄງການແກ້ໄຂບັນຫາຢາເສບຕິດ ໄລຍະທີ II ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ເລັ່ງໃສ່ 5 ວຽກງານຈຸດສຸມ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ລາຍງານຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝ ທີ VII ທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ ກອງບັນຊາການ ປກສ ແຂວງ ໄດ້ສຸມໃສ່ໂຄງການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ແບ່ງອອກເປັນ 3 ໄລຍະ, ເຊິ່ງປັດຈຸບັນແມ່ນຢູຸ່ໃນໄລຍະທີ II ຂອງການຈັດຕັ້ງປະຕິບັດ ທີ່ໄດ້ສຸມໃສ່ 5 ວຽກງານຈຸດສຸມ ເປັນຕົ້ນແມ່ນ ວຽກງານໂຄສະນາເຜີຍແຜ່ນິຕິກໍາຕາມສາຍຕັ້ງ ໂດຍຖືເອົາວຽກງານກໍ່ສ້າງຮາກຖານເປັນຫຼັກ, ພ້ອມທັງໂຄສະນາຕາມຈຸດຊຸມຊົນ, ໂຮງຮຽນ ແລະ ບັນດາບ້ານ, ວຽກງານແກ້ໄຂປະກົດການຫຍໍ້ທໍ້ຕາມສາຍຕັ້ງ ຄະນະພັກໄດ້ແບ່ງຄວາມຮັບຜິດຊອບ ລົງຊີ້ນໍາຢູ 7 ຕົວເມືອງ ເພື່ອໃຫ້ບັນດາເມືອງນໍາເອົງໂຄງການສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງຢາເສບຕິດ ລົ່ງສູ່ບ້ານ ສຳເລັດແລ້ວເກືອບ 200 ບ້ານ ທົ່ວແຂວງ.

ໄດ້ສຸມໃສ່ສະກັດກັ້ນອັດປ່ອງຂ້າມລອຍ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ ໂດຍສະເພາະຈຸດຫຼໍ່ແຫຼມ ທີ່ມີການຄ້າຂາຍ – ຂົນສົ່ງ ຢາເສບຕິດ, ວຽກງານສູນປີ່ນປົວສຸຂະພາບ ແລະ ຝຶກອົບຮົມວິຊາຊີບ ປັດຈຸບັນມີຫໍພັກ 3 ຫຼັງ, ສະໂມສອນ 1 ຫຼັງ, ເຮືອນຄົວ 1 ຫຼັງ, ສາມາດຮັບຮອງຈໍານວນພົນໄດ້ປະມານ 300-400 ຄົນ, ປັດຈຸບັນ ມີຜູ້ມາດັດສ້າງ 282 ຄົນ, ພ້ອມນັ້ນ ຍັງໄດ້ມີການຮ່ວມມືດ້ານຂ່າວສານ ກັບປະເທດໃກ້ຄຽງ, ມີຫ້ອງການ BLO ຢູ່ດ່ານສາກົນນ້ຳພາວ ແລະ ປາກຊັນ, ໄດ້ມີການຈັດກອງປະຊຸມອອນລາຍຮ່ວມກັນ ຜ່ານລະບົບວິດີໂອຄອນເຟຣັນ ເພື່ອແລກປ່ຽນຂ່າວສານ, ບັນຊີປະຊາກອນ ທີມີການລັກລອບຂ້າມຊາດ.

ສັງລວມແລ້ວ ໃນໄລຍະທີ II ສາມາດມ້າງຄະດີຢາເສບຕິດໄດ້ 120 ເລື່ອງ, ກັກຜູ້ຕ້ອງຫາໄດ້ 205 ຄົນ, ຢືດຢາບ້າ 1 ແສນກວ່າເມັດ, ກັນຊາເກືອນ 2 ໂຕ່ນ, ຢາໄອສຼ 110 ກິໂລ, ລົດໃຫຍ່ 5 ຄັນ, ລົດຈັກ 23 ຄັນ ແລະ ອື່ນໆ.

About admins14