ບໍລິຄຳໄຊ ສຸມໃສ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍລິຄຳໄຊ ໄລຍະທີ I ແລະ ທິດທາງແຜນການ ໄລຍະທີ II ໄດ້ຈັດຂຶ້ນໃນວັນທີ 9 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຂວງ ມີຄະນະຮັບຜິດຊອບຈາກກະຊວງ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ເຫັນວ່າ ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີການປະສານສົມທົບກັນ ສຸ່ມໃສ່ຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານຂໍ້ມູນຂ່າວສານ, ການປັບປຸງບູລະນະສູນບໍາບັດ ແລະ ວຽກງານອື່ນໆ ໂດຍໄດ້ມີການແບ່ງໜ້າທີຮັບຜິດຊອບພາຍໃນຄະນະ ແລະ ແບ່ງອອກເປັນ 3 ພາກສ່ວນ ຄື: ພາກສ່ວນໂຄສະນາສຶກສາອົບຮົມ, ປຸກລະດົມ ແລະ ເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບວາລະແຫ່ງຊາດ, ພາກສ່ວນດໍາເນີນການປະຕິບັດຕົວຈິງ ທາງດ້ານວິຊາສະເພາະແຜນງານ, ໂຄງການ ທີ່ ປກສ ວາງອອກ ແລະ ພາກສ່ວນດໍາເນີນຄະດີ ແລະ ປະຕິບັດຕາມກົດໝາຍຕໍ່ຜູ້ກະທໍາຜິດ.

ຜ່ານການແກ້ໄຂຕົວຈິງ ຮອດວັນທີ 25 ກຸມພາ 2022 ປະຕິບັດສຳເລັດ 152 ບ້ານ, ກວມ 53,52% ຂອງຈຳນວນບ້ານໃນທົ່ວແຂວງ, ມີເປົ້າໝາຍເຂົ້າຮວມ 5.036 ຄົນ, ເປົ້າໝາຍຄ້າ-ຂາຍ 209 ຄົນ, ຍິງ 143 ຄົນ, ເປົ້າໝາຍເສບ 4.812 ຄົນ, ຍິງ 138 ຄົນ, ໄດ້ທຳລາຍສວນຝິ່ນ 14 ສວນ, ເນື້ອທີ 8 ເຮັກຕາ ແລະ ສວນຄັນຊາ 226 ສວນ, ເນື້ອທີ່ 180,5 ເຮັກຕາ, ລວມຄະດີເກີດຂື້ນທັງໝົດ: ຈັບຜູ້ຖືກຫາ ແລະ ຢຶດຂອງກາງໄດ້ 183 ເລື່ອງ, ກັກຜູ້ຖືກຫາ 245 ຄົນ, ຢຶດຂອງກາງຢາບ້າ 2.512.316 ເມັດ, ກັນຊາແຫ້ງ 592 ກິໂລ, ຄັນຊາດີບ 30 ກິໂລ, ຢາໄອ້ 35 ກິໂລ, ຢາອີ 196 ເມັດ, ລົດໃຫ່ຍ 11ຄັນ, ລົດຈັກ 2 ຄັນ ແລະ ເຮືອຫາງຍາວ 3 ລໍາ, ສົ່ງສໍານວນຄະດີໃຫ້ໄອຍະການແຂວງ 80 ເລື່ອງ, ຜູ້ຖືກຫາ 100 ຄົນ , ມີຂອງກາງ ເຮໂລອີນ 300 ຄູ່, ນ້ຳໜັກ 271 ກິໂລ, ຢາບ້າ 308.827 ເມັດ, ຄັນຊາ 204 ກິໂລ, ຢາໄອ້ 152,8 ກະລາມ, ລົດໃຫ່ຍ 4 ຄັນ, ລົດຈັກ 4 ຄັນ ແລະ ປືນແກັບ 3 ກະບອກ.

ໃນກອງປະຊຸມ ຍັງໄດຮັບຟັງການລາຍງານຈັດຕັ້ງປະຕິບັດວາລະແຫ່ງຊາດ ຈາກບັນດາຄະນະຮັບຜິດຊອບຂັ້ນເມືອງ 7 ຕົວເມືອງ ແລະ ຍັງຈະໄດ້ມີການປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຈາກພາກສ່ວນກ່ຽວຂ້ອງ ເພື່ອຍົກໃຫ້ເຫັນດ້ານດີ ແລະ ບັນດາຂໍ້ຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ.

About admins14