ບໍລິຄຳໄຊ ສຳມະນາຍົກລະດັບບໍລິຫານລັດ ຫັນເປັນດິຈິຕອນ

ກອງປະຊຸມສຳມະນາກ່ຽວກັບການຫັນເປັນລັດຖະບານດິຈິຕອນ ແລະ ຝຶກອົບຮົມການນຳໃຊ້ລະບົບເຊື່ອມຕໍ່ເຄືອຂ່າຍພາກລັດ ໄດ້ຈັດຂຶ້ນ ໃນວັນທີ 16 ທັນວາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄໍາຫຼ້າ ຫຼວງແສງເພັດ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຈາກກະຊວງ, ພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ກ່ຽວກັບວຽກງານການຫັນເປັນທັນສະໄໝ (ດິຈິຕອນ) ທີ່ໄດ້ຍົກໃຫ້ເຫັນເຖິງສະພາບການຫັນເປັນທັນສະໄໝ, ການຫັນເປັນລັດຖະບານດິຈິຕອນ, ເລັັ່ງລັດພັດທະນາ ສູູ່ຍຸກດິຈິຕອນ, ລະບົບບໍລິຫານລັດດິຈິຕອນ ຫຼື e-Government ແມ່ນເພື່ອເພີື່ມປະສິດທິພາບ ການດໍາເນີນງານຂອງລັດຖະບານ, ນໍາເອົາການບໍລິການຂອງລັດ ໄປສູູ່ປະຊາຊົນ ໂດຍນໍາໃຊ້ເອເລັກໂຕຣນິກເປັນການສື່ສານໃນການໃຫ້ບໍລິການ ໂດຍແນໃສ່ໃຫ້ວຽກງານ ມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ.

ພ້ອມນັ້ນ ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການພັດທະນາວຽກງານບໍລິຫານລັດດິຈິຕອນ ໂດຍສະເພາະແມ່ນແຜນພັດທະນາລັດຖະບານດິຈິຕອນ, ລະບົບເຄືອຂ່າຍພາກລັດ (Government Network), ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ (Digital Government Services) ແລະ ດໍາລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ.

ຫຼັງຈາກນັ້ນ ໃນກອງປະຊຸມຍັງໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນການສົ່ງເສີມດ້ານດີ, ປັບປຸງບາງວຽກງານທີ່ຍັງຄົງຄ້າງ ແລະ ນໍາໄປພັດທະນາໃຫ້ດີຂຶ້ນ ເຮັດໃຫ້ການເຊືື່ອມຕໍໍ່ລະບົບເຄືອຂ່າຍ ລະຫວ່າງອົງການຈັດຕັ້ງພາກລັດເຂົ້າດ້ວຍກັນ, ເຊືື່ອມໂຍງຂອງລະບົບຂໍໍ້ມູນ ແລະ ຖານຂໍໍ້ມູນຕ່າງໆ ພາຍໃນພາກລັດ, ເຮັດໃຫ້ບັນດາຫ້ອງການລັດ ສາມາດເຂົ້າເຖິງຂໍໍ້ມູນຂ່າວສານຂອງລັດຖະບານ ກໍໍ່ຄືບັນດາລະບົບບໍລິຫານ ແລະ ບໍລິການລັດຕ່າງໆ ສາມາດແລກປ່ຽນຂໍໍ້ມູນຂ່າວສານກັນໄດ້ຢ່າງສະດວກ, ວ່ອງໄວ ແລະ ມີຄວາມປອດໄພ.

About admins14