ບໍລິຄຳໄຊ ສາມາດໃຫ້ວັກຊີນກັນພະຍາດໂຄວິດ 19 ໄດ້ແລ້ວ 20%

ຂະບວນການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 2 ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2021 ຢູ່ເດີ່ນເປຕັງຂອງແຂວງ ບ້ານຫົງໄຊ ເມືອງປາກຊັນ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ້າຮ່ວມຮັບວັກຊີນກັນພະຍາດໂຄວິດ-19.

ຈາກການໃຫ້ສຳພາດ ທ່ານ ນາງ ດຣ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ ມາຮອດປັດຈຸບັນໃນທົ່ວແຂວງ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ທັງໝົດ 20% ແລ້ວ ໃນນີ້ສັກຊຸດທີ 1 ແມ່ນ 14% ແລະ ສັກຊຸດທີ 2 ໄດ້ 6% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ. ສຳລັບການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 2 ນີ້ ຈະດຳເນີນໄປແຕ່ວັນທີ 24-28 ພຶດສະພາ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າໄປສັກວັກຊີນໄດ້, ພ້ອມນີ້ ຍັງຈະໄດ້ສືບຕໍ່ສັກວັນຊີນເຂັມທີ 1 ຊຸດທີ 3 ໃນຕົ້ນເດືອນມິຖຸນາ 2021 ທີ່ຈະມາເຖິງນີ້ ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ໄດ້.

ສຳລັບການສັກວັກຊີນໃນແຕ່ລະຄັ້ງ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາສັກວັກຊີນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊີນ 30 ນາທີ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອຮັບປະກັນເປົ້າໝາຍຮັບວັກຊີນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ສັກວັກຊີນ.

About admins16