ບໍລິຄຳໄຊ ສາມາດບັນລຸໄດ້ 11 ຕົວຊີ້ວັດດ້ານສາທາລະນະສຸກ

ເພື່ອເປັນການສະຫຼຸບຕິລະຄາດ້ານດີ, ດ້ານອ່ອນ ແລະ ບາງຂໍ້ຄົງຄ້າງ ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ 5 ປີ (2016-2020) ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ຢູ່ໂຮງແຮມສຸນັນທາ ບ້ານໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ບຸນແຝງ ພົມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກສາທາລະນະສຸກ, ພະແນກການອ້ອມຂ້າງແຂວງ, ການນຳຂອງເມືອງ, ສາທາເມືອງ 7 ຕົວເມືອງ, ຕາງໜ້າຈາກໂຮງໝໍແຂວງ, ໂຮງໝໍເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບວຽກງານສາທາລະນະສຸກ 5 ປີຜ່ານມາ ຈາກ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ເຫັນວ່າ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ ເອົາໃຈໃສ່ປັບປຸງການເຂົ້າເຖິງການບໍລິການສຸຂະພາບຂັ້ນພື້ນຖານ, ການຍົກລະດັບວຽກງານບໍລິການສຸຂະພາບ, ການພັດທະນາຊັບພະຍາກອນມະນຸດ, ການເກັບກຳຂໍ້ມູນດ້ານສາທາລະນະສຸກ ແລະ ວຽກງານອື່ນໆ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

ໃນທົ່ວແຂວງ ການປົກຄຸມສະຖານທີ່ບໍລິການ ໄດ້ 100%, ການປິ່ນປົວຢູ່ສະຖານທີ່ບໍລິການທຸກຂັ້ນ ໄດ້ຖືເອົາວຽກງານ 5 ດີ 1 ພໍໃຈ, ໂຮງໝໍນ້ອຍຈັດຕັ້ງປະຕິບັດ 10 ມາດຖານການປິ່ນປົວ ແລະ ສາມາດປະຕິບັດສຳເລັດ 11 ຕົວຊີ້ວັດດ້ານສາທາລະນະສຸກ ທີ່ກະຊວງສາທາລະນະສຸກວາງອອກ.

ສຳລັບທິດທາງລວມ 5 ປີຕໍ່ໜ້າ (2021-2025) ຈະສືບຕໍ່ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ, ມີຈັນຍາທຳ, ເອົາໃຈໃສ່ດູແລນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ ແລະ ສ້າງລະບົບການປົກປ້ອງສັງຄົມດ້ານສຸຂະພາບທີ່ທົ່ວເຖິງ.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ສະເໜີປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ທີ່ສຳຄັນ ເພື່ອຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຂໍ້ຄົງຄ້າງ ທີ່ຈະໄດ້ນຳໄປປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນ ການຍົກລະດັບວຽກງານໂຄສະນາສຸຂະສຶກສາ ໃຫ້ຂໍ້ມູນຂ່າວສານສາທາລະນະສຸກແກ່ຊຸມຊົນ ໃຫ້ເຂົ້າໃຈທົ່ວເຖີງ ແລະ ເລິກເຊີ່ງ, ປະສານສົມທົບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ອຳນາດການປົກຄອງແຕ່ລະຂັ້ນ, ປັບປຸງຄືນລະບົບການລາຍງານ ທີ່ຍັງບໍ່ທັນສອດຄ່ອງ, ບໍ່ສາມາດວິເຄາະວິໄຈຂໍ້ມູນໄດ້ຖືກຕ້ອງ ແລະ ວຽກງານອື່ນໆ.

ພ້ອມກັນນີ້ ຍັງໄດ້ມີພິມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 15 ກົມກອງ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານສາທາລະນະສຸກຢູ່ພາຍໃນແຂວງບໍລິຄຳໄຊ ໃນໄລຍະ 5 ປີຜ່ານມາ, ໃຫ້ກຽດມອບໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ.

About admins14