ບໍລິຄຳໄຊ ສັກວັກຊີນກັນພະຍາດ COVID-19 ໄດ້ 52,9% ຂອງກຸ່ມເປົ້າໝາຍ

ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໄດ້ສຸມໃສ່ຫຼາຍວຽກງານ ໂດຍສະເພາະການສັກວັກຊີນກັນພະຍາດໂຄວິດ-19 ທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ກໍລະກົດ 2021.

ແຂວງບໍລິຄຳໄຊ ໄດ້ຮັບວັກຊີນຈາກສູນສຸຂະພາບແມ່-ເດັກ 2 ຊະນິດ ການສະໜອງທັງໝົດ 2 ຊຸດ: ຊີໂນຟາມ 67.400 ໂດສ໌ ແລະ ແອັດສະຕາເຊເນກາ 1.000 ໂດສ໌ ລວມທັງໝົດ 68.400 ໂດສ໌ (1 ຄົນຕໍ່ 2 ເຂັມ), ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນໄດ້ເປີດໃຫ້ບໍລິການໃນໂມງລັດຖະການ, ສຳລັບສູນສັກວັກຊີນກັນພະຍາດໂຄວິດ-19 ຢູ່ໂຮງໝໍແຂວງບໍລິຄໍາໄຊ, ຫ້ອງການສາທາເມືອງປາກຊັນ, ໂຮງໝໍຊຸມຊົນເມືອງທ່າພະບາດ, ໂຮງໝໍຊຸມຊົນປາກກະດິງ, ຫ້ອງການສາທາບໍລິຄັນ, ໂຮງໝໍຊຸມຊົນຄຳເກີດ, ຫ້ອງການສາທາວຽງທອງ, ໂຮງໝໍຊຸມຊົນໄຊຈຳພອນ ແລະ ໂຮງໝໍທະຫານແຂວງ.

ພ້ອມດຽວກັນນັ້ນ ຍັງໄດ້ເຄື່ອນທີ່ໃຫ້ບໍລິການຕາມຈຸດສຳຄັນຕ່າງໆ, ມາຮອດປະຈຸບັນໃນທົ່ວແຂວງ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 1 ແມ່ນ 33.508 ໂດສ໌ ເທົ່າກັບ 31,4% ແລະ ສັກຄົບ 2 ເຂັມ 22.925 ໂດສ໌ ເຊິ່ງເທົ່າກັບ 21,5%, ລວມທັງໝົດ 56.433 ໂດສ໌ ເທົ່າກັບ 52,9% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ (ອາຍຸ 18 ປີຂຶ້ນໄປ).

ທ່ານ ດຣ ສອນໄຊ ປັນຍານຸວົງ ຍັງໄດ້ລາຍງານອີກວ່າ: ທົ່ວແຂວງ ມີສູນຈຳກັກກັນ 9 ສູນ ແລະ ມີໂຮງແຮມຮັບກັກກັນ 7 ແຫ່ງ, ມີຜູ້ຈໍາກັດບໍລິເວນສະສົມ 6.732 ຄົນ, ປະຈຸບັນ ມີຜູ້ຈຳກັດບໍລິເວນໃນສູນ ແລະ ຢູ່ໂຮງແຮມ 209 ຄົນ, ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນກຸມພາ 2021 ຮອດ 27 ມິຖຸນາ 2021 ທັງໝົດ 6.830 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອ 3 ຄົນ ຮັກສາຫາຍດີແລ້ວທັງ 3 ຄົນ.

About admins14