ບໍລິຄຳໄຊ ສະຫຼຸບ 5 ປີ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ( 2016 – 2020 ) ແລະ ທິດທາງຮອດປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ພະຈິກ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ, ໂດຍພາຍໃຕ້ການເປັນທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເມືອງ, ອະດີດການນຳແຂວງ, ພະແນກການອ້ອມຂ້າງ, ລັດວິສາຫະກິດ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ( 2016 – 2020 ) ວ່າ: ພາຍຫຼັງທີ່ໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍ ວຽກງານ 03 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນຂອບເຂດທົ່ວແຂວງ ໃນປີ 2015, ແຂວງໄດ້ນຳເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍການຈັດຕັ້ງຊີ້ນຳ-ບັນຊາຢ່າງເປັນລະບົບ, ວາງແຜນການກໍານົດຈຸດປະສົງ, ຄາດໝາຍ, ຂອບເຂດ, ເປົ້າໝາຍ ແລະ ເນື້ອໃນການແຂ່ງຂັນ, ມີການແຕ່ງຕັ້ງຄະນະຊີ້ນຳວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ, ໄດ້ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມຂະບວນແຂ່ງຂັນເປັນແຕ່ລະໄລຍະ ແລະ ໄດ້ຫັນເອົາພະນັກງານລົງໄປປຶກສາຫາລື, ນຳພາສ້າງແຜນການ, ໂຄງການ ແລະ ນໍາພາເຮັດຕົວຈິງ, ພ້ອມທັງໄດ້ສຸມທຶນຮອນ ເຂົ້າໃສ່ສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫຼາຍດ້ານ.

ຜ່ານການສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ ສາມາດສັງລວມການຍ້ອງຍໍຜົນງານ 05 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງ ຈາກບັນດາພະແນກການ, ອົງການທຽບເທົ່າ ແລະ ເມືອງ ທົ່ວແຂວງ ດັ່ງນີ້: ຕົວເລກສະເໜີການຍ້ອງຍໍປະເພດຕ່າງໆ ຈໍານວນ 94 ພາກສ່ວນ, ເປັນບຸກຄົນ 4,509 ທ່ານ ແລະ ກົມກອງ 130 ກົມກອງ, 32 ບ້ານ ແລະ 8 ຄອບຄົວ, ໃນນັ້ນ ຫຼຽນໄຊແຮງງານ ຊັ້ນ I ຈໍຳນວນ 179 ຫຼຽນ, ບຸກຄົນ 171 ທ່ານ ແລະ 8 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 405 ຫຼຽນ, ບຸກຄົນ 396 ທ່ານ, 8 ກົມກອງ, 1 ຄອບຄົວ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 470 ຫຼຽນ, ບຸກຄົນ 444 ທ່ານ, 22 ກົມກອງ, 3 ບ້ານ 1 ຄອບຄົວ, ຫຼຽນກາແຮງງານ ຈຳນວນ 610 ຫຼຽນ, ບຸກຄົນ 579 ທ່ານ, 27 ກົມກອງ, 2 ບ້ານ 2 ຄອບຄົວ, ໃບຍ້ອງຍໍລັດຖະບານ ຈຳນວນ 1.198 ໃບ, ບຸກຄົນ 1.150 ທ່ານ, 39 ກົມກອງ, 4 ຄອບຄົວ 5 ບ້ານ, ໃບຍ້ອງຍໍເຈົ້າແຂວງ ຈຳນວນ 1.686 ທ່ານ, ບຸກຄົນ 1.638 ທ່ານ, 26 ກົມກອງ, 22 ບ້ານ ແລະ ໃບຊົມເຊີຍເຈົ້າແຂວງ ຈຳນວນ 131 ທ່ານ, ບຸກຄົນ 131 ທ່ານ.

ຈາກນັ້ ຍັງໄດ້ປະດັບຫຼຽນໄຊແຮງງານ ໃຫ້ແກ່ກົມກອງ, ບຸກຄົນ, ຄອບຄົວຕົວແບບ ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີຜ່ານມາ ເປັນກຽດປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ 7 ກົມກອງ ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ຫຼຽນໄຊແຮງງານຊັ້ນ 1 ໃຫ້ບຸກຄົນ ໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ.

About admins16