ບໍລິຄຳໄຊ ສະຫຼຸບ ແລະ ຍ້ອງຍໍຊົມເຊີຍ ບຸກຄົນ-ກົມກອງ ທີ່ປະກອບສ່ວນເຂົ້າໃນການແຂ່ງຂັນບານເຕະ ທົ່ວປະເທດ

ພິທີສະຫຼຸບກິລາເຕະບານ ທີ່ແຂວງບໍລິຄຳໄຊ ໄດ້ເຂົ້າຮ່ວມແຂ່ງຂັ້ນທົ່ວປະເທດ ຕ້ອນຮັບວັນຊາດ ຄົບຮອບ 45 ປີ ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2020 ທີ່ໂຮງແຮມດອກຈຳປາ ໂດຍການເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ປະທານສະຫະພັນບານເຕະແຂວງ, ມີຄະນະສະຫະພັນບານເຕະ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອເປັນການກະກຽມເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດ ຄົບຮອບ 45 ປີ ແຂວງບໍລິຄຳໄຊ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອວາງແຜນໃນການຈັດຕັ້ງປະຕິບັດຢ່າງລະອຽດ, ພ້ອມດຽວກັນ ຍັງມີການຄັດໂຕ, ຝຶກແອບນັກເຕະ ແລະ ຈັດການແຂ່ງຂັນ ແລກປ່ຽນລະຫວ່າງສະໂມສອນໃນຂອບເຂດທົ່ວປະເທດ.

ສຳລັບການເຂົ້າຮ່ວມແຂ່ງຂັນກິລາ ໃນລະຫວ່າງວັນທີ 8-21 ພະຈິກ 2020 ທີ່ຜ່ານມາ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 18 ທີມ, ແຂວງບໍລິຄໍາໄຊ ຢູ່ກຸ່ມ ງ ມີ 4 ທີມ, ນັດທຳອິດພົບກັບແຂວງບໍ່ແກ້ວ ບໍລິຄໍາໄຊ ສາມາດເອົາຊະນະໄດ້ 1 ປະຕູຕໍ່ 0, ນັດທີ 2 ເສຍໃຫ້ ແຂວງສະຫວັນນະເຂດ 0 ປະຕູຕໍ່ 2 ແລະ ນັດສຸດທ້າຍ ສະເໝີກັບແຂວງຫົວພັນ 0 ປະຕູຕໍ່ 0, ສັງລວມຄະແນນແຂວງບໍລິຄໍາໄຊ ແຂ່ງຂັນ 3 ຄັ້ງ ຊະນະ 1 ຄັ້ງ, ເສຍ 1 ຄັ້ງ ມີ 4 ສະເໝີກັບແຂວງບໍ່ແກ້ວ ແຕ່ລູກໄດ້ເສຍຂອງແຂວງບໍ່ແກ້ວດີກວ່າ ເຮັດໃຫ້ແຂວງບໍລິຄໍາໄຊຕົກຮອບຄັດເລືອກ ໄປຢ່າງໜ້າເສຍດາຍ.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ການເປີດກວ້າງການຄັດໂຕນັກກິລາ ໃນບັນດາເມືອງພາຍໃນແຂວງ, ສົ່ງເສີມການແຂ່ງກິລາບານເຕະຢ່າງເປັນປະຈຳ, ການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ເພື່ອພັດທະນາວຽກງານບານເຕະ ແລະ ອື່ນໆ.

ໂອກາດນີ້ ຍັງໄດ້ມີພິທີມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 39 ທ່ານ 4 ກົມກອງ ແລະ ໃບຂອບໃຈ ໃຫ້ 33 ທ່ານ 7 ກົມກອງ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ຢັ້ງຢືນເຖິງຜົນງານ ໃນການປະກອບສ່ວນສ້າງຂະບວນການກິລາບານເຕະທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ ຄົບຮອບ 45 ປີ ປະຈໍາປີ 2020 ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ບຸນເສັງ ປະທຳມະວົງ ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ. ພ້ອມນັ້ນ ຄະນະສະຫະພັນບານເຕະແຂວງ ຍັງໄດ້ມອບເງິນຈຳນວນ 1.000.000 ກີບ ໃຫ້ຄະນະຄູຝຶກ ແລະ ຈຳນວນ 4.000.000 ກີບ ໃຫ້ນັກກິລາເຕະບານທີມແຂວງບໍລິຄຳໄຊ.

About admins14