ບໍລິຄຳໄຊ ສະຫຼຸບວຽກງານປ້ອງກັນໂຄວິດ-19 ປີ 2020

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການວຽກງານປ້ອງກັນໂຄວິດ-19 ປະຈໍາປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2021 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳປີ 2020 ເຫັນວ່າຄະນະສະເພາະກິດຂັ້ນແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຜັນຂະຫຍາຍນິຕິກຳຂອງສູນກາງ ແລະ ຂອງແຂວງ, ປະຕິບັດມາດຕະການຜ່ອນຜັນຜົນກະທົບດ້ານເສດຖະກິດ ແລະ ໄດ້ນໍາໃຊ້ 5 ມາດຕະການຕົ້ນຕໍ່ເພື່ອປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດດັ່ງກ່າວ ໂດຍສະເພາະແມ່ນການສຶກສາອົບຮົມ, ສ້າງຄວາມເຂົ້າໃຈ, ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ, ເກັບກຳຂໍ້ມູນການເຄື່ອນຍ້າຍເຂົ້າມາ, ຕິດຕາມປະຫວັດການພົວພັນໃກ້ຊິດກັບເປົ້າໝາຍທີ່ມີຄວາມສ່ຽງຕ່າງໆ, ກຳນົດບຸກຄົນເພື່ອກັກກັນແຍກປ່ຽວ, ຕິດຕາມ, ກວດກາຕາມຫຼັກການແພດ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ປິດສະຖານບັນເທີງ, ຈັດງານລ້ຽງ, ງານດອງ, ການຊຸມນຸມຂອງຄົນຈຳນວນຫຼາຍ, ຄວບຄຸມ ຕິດຕາມ ແລະ ກວດກາ ຢ່າງເຂັ້ມງວດ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ສື່ອອນລາຍ ແລະ ອື່ນໆ.

ຮອດປະຈຸບັນ ຍັງສືບຕໍ່ຕິດຕາມອາການຢູ່ສູນ ຈຳນວນ 40 ຄົນ, ໂຮງແຮມ 94 ຄົນ, ເກັບຕົວຢ່າງສະສົມ 2.862 ຕົວຢ່າງ, ຜົນກວດບໍ່ມີຜູ້ຕິດເຊື້ອ 2.850 ຕົວຢ່າງ, ລໍຖ້າຜົນກວດ 12 ຕົວຢ່າງ, ໄດ້ກະກຽມໂຮງໝໍສຸກເສີນຂັ້ນແຂວງ 2 ແຫ່ງ, ລວມທັງໝົດ 34 ຕຽງ.

ໃນກອງປະຊຸມ ຍັງໄດ້ຮັບຟັງຮ່າງຄຳແນະນຳຂອງເຈົ້າແຂວງບໍລິຄຳໄຊ ກ່ຽວກັບແບບແຜນການດຳລົງຊີວິດປົກກະຕິແບບໃໝ່(New Normal Life)ທີ່ໄດ້ຍົກໃຫ້ເຫັນຈຸດປະສົງ, ຄວາມໝາຍ, ແບບແຜນການດຳລົງຊີວິດປົກກະຕິແບບໃໝ່, ມາດຕະການຈັດຕັ້ງປະຕິບັດ ແລະ ອື່ນໆ.

ຫຼັງຈາກນັ້ນ ໃນກອງປະຊຸມ ຍັງໄດ້ມີການສະເໜີ, ປະກອບຄຳເຫັນ ໃສ່ບົດສະຫຼຸບ ແລະ ຮ່າງຄຳແນະນຳຂອງເຈົ້າແຂວງ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເກັບກຳເປົ້າໝາຍຄວາມສ່ຽງ ທີ່ມາຈາກຕ່າງປະເທດ, ການເພີ່ມຄວາມເຂັ້ມງວດ ໃຫ້ອຳນາດການປົກຄອງແຕ່ລະຂັ້ນ, ແບບແຜນການດຳລົງຊີວິດປົກກະຕິແບບໃໝ່ຂອງແຂວງ, ການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ທັ້ງນີ້ ກໍ່ເພື່ອເຮັດໃຫ້ບັນດາວຽກງານໄດ້ຮັບການປັບປຸງ, ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນ ເຮັດໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຕົວຈິງ ແລະ ມີປະສິດທິຜົນສູງສຸດ.

About admins14